ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານປາກິສຖານ ສັ່ງໃຫ້ພວກເຈົ້າໜ້າທີ່ ປ່ອຍໂຕຜູ້ຊາຍ ທີ່ຖືກຕັດສິນລົງໂທດ ຖານສັງຫານ ນັກຂ່າວອາເມຣິກັນ


ທ້າວອາເມັດ ໂອມາ ຊາອິດ ເຊກສ໌ ຜູ້ທີ່ຖືກກ່າວຫາເປັນຫົວໜ້າ ຢູ່ເບື້ອງຫຼັງການວາງແຜນສັງຫານ ນັກຂ່າວວອລສະຕຣິດ ທ່ານດານຽນ ເພີລ ໃນນະຄອນກາຣາຈີ ວັນທີ 29 ມີນາ 2002.
ທ້າວອາເມັດ ໂອມາ ຊາອິດ ເຊກສ໌ ຜູ້ທີ່ຖືກກ່າວຫາເປັນຫົວໜ້າ ຢູ່ເບື້ອງຫຼັງການວາງແຜນສັງຫານ ນັກຂ່າວວອລສະຕຣິດ ທ່ານດານຽນ ເພີລ ໃນນະຄອນກາຣາຈີ ວັນທີ 29 ມີນາ 2002.

ສານແຫ່ງນຶ່ງຢູ່ແຂວງຊິນດ໌ (Sindh) ທາງພາກໃຕ້ຂອງປາກິສຖານ ໄດ້ສັ່ງໃຫ້ພວກເຈົ້າ
ໜ້າທີ່ ໃນວັນພະຫັດວານນີ້ ປ່ອຍໂຕຄົນສັນຊາດອັງກິດ ທີ່ຖືກຕັດສິນ ລົງໂທດໃນປີ
2002 ຖານສັງຫານ ນັກຂ່າວອາເມຣິກັນ ທ່ານດານຽນ ເພີລ (Daniel Pearl.)

ການຕັດສິນຂອງສານສູງສຸດ ໃນວັນພະຫັດວານນີ້ ທີ່ນະຄອນກາຣາຈີ (Karachi)
ເມືອງຫຼວງຂອງແຂວງໄດ້ຍົກເລີກຄຳສັ່ງກັກຂັງຊົ່ວຄາວທີ່ປ້ອງກັນ ບໍ່ໃຫ້ ທ້າວອາເມັດ
ໂອມາ ເຊກສ໌ (Amed Omar Sheik) ທີ່ເກີດຢູ່ ອັງກິດ ໜີອອກຈາກຄຸກ ນັບແຕ່ສານ
ດຽວກັນນີ້ ໄດ້ຕ່າວປີ້ນ ການຕັດສິນລົງໂທດການ ສັງຫານຂອງລາວ ເມື່ອແປດ
ເດືອນກ່ອນ.

ການແກ້ໄຂບົດຕັດສິນໃນເດືອນເມສາ 2020 ຕໍ່ທ້າວເຊກສໃຫ້ຖືກຕິດຄຸກ 7 ປີ ໃນການ
ລັກພາໂຕເທົ່ານັ້ນ ອະນຸຍາດໃຫ້ລາວຖືກປ່ອຍເປັນອິດສະຫຼະໄດ້ ຕາມເວລາທີ່ລາວໄດ້
ໃຊ້ໂທດມາແລ້ວນັ້ນ. ຜູ້ຊາຍອີກສາມຄົນ ທີ່ຖືກຕັດສິນລົງໂທດ ໃນຄະດີ ໃຫ້ຕິດຄຸກຕະ
ຫຼອດຊີວິດ ໃນການດຳເນີນຄະດີດຽວກັນນີ້ ເມື່ຶອ 18 ປີ ກ່ອນນັ້ນ ໄດ້ຖືກພົ້ນໂທດ.

ພວກເຈົ້າໜ້າທີ່ປາກິສຖານ ໄດ້ທຳການເຄື່ອນໄຫວຢ່າງວ່ອງໄວ ເພື່ອຍຸຕິການ ປ່ອຍໂຕ
ຜູ້ຊາຍທັງສີ່ຄົນ ໃນທັນທີ ໂດຍໃຫ້ຂໍ້ສັງເກດວ່າມີເປັນຫ່ວງດ້ານຄວາມ ປອດໄພສຳລັບສາທາລະນະຊົນ ກົດໝາຍມັກຈະໃຊ້ຄະດີຜູ້ທີ່ມີຊື່ສຽງ ເພື່ອຕໍ່ເວ ລາສຳລັບບັນດາໄອຍະ
ການເພື່ອຍື່ນການຂໍອຸທອນ.

ຂໍ້ຄວາມຂຽນຢູ່ໃນການຕັດສິນ ທີ່ວີໂອເອໄດ້ຮັບນັ້ນ ໄດ້ຍົກເລີກຄຳສັ່ງຫ້າມບໍ່ໃຫ້ ຄຸມຂັງ
ໂດຍແນະນຳໃຫ້ພວກເຈົ້າໜ້າທີ່ວ່າຜຸ້ຊາຍທັງສີ່ຄົນ “ຕ້ອງປ່ອຍໂຕອອກ ຈາກຄຸກດັ່ງກ່າວ.”
ມັນເປັນຄຳສັ່ງໃຫ້ພວກເຈົ້າໜ້າທີ່ ບໍ່ອະນຸຍາດໃຫ້ທ້າວເຊກສ໌ ແລະຄົນອື່ນໆໜີອອກ
ຈາກປາກິສຖານ.

ບັນດາຜູ້ພິພາກສາຍັງໄດ້ແນະນຳໃຫ້ ລັດຖະບານກາງ ແລະລັດຖະບານທ້ອງຖິ່ນບໍ່ໃຫ້
ຈັບ ຫຼືນຳເອົາບຸກຄົນສີ່ດັ່ງກ່າວ “ໃຫ້ຢູ່ພາຍໃຕ້ຄໍາສັ່ງການກັກຂັງໃດໆ ປາດສະຈາກໄດ້
ຮັບອະນຸຍາດລ່ວງໜ້າຈາກສານ.”

ທ່ານເພີລ ນັກຂ່າວວອລສະຕຣິດ (Wall Street) ມີອາຍຸ 38 ປີ ໃນເວລາທີ່ຖືກຂ້າຕາຍ
ໄດ້ໄປຢ້ຽມຢາມ ເມືອງທ່າເຮືອຂອງກາຣາຈີ ຊຶ່ງເປັນເມືອງທ່າ ທີ່ ໃຫຍ່ສຸດຂອງປະເທດ
ເພື່ອສືບສວນກ່ຽວກັບມີການສົງໄສ ອາດຈະມີການເຊື່ອມ ໂຍງ ລະຫວ່າງພວກຫົວຮຸນ
ແຮງອິສລາມ ແລະພວກວາງແຜນໂຈມີ ປໃນວັນທີ 11 ກັນຍາ ປີ 2001 ທີ່ພວກກໍ່ການ
ຮ້າຍໄດ້ໂຈມຕີສະຫະລັດ. ທ່ານໄດ້ຖືກລັກ ພາໂຕ ແລະຕັດເປັນຕ່ອນ ໃນເວລາຫຼາຍ
ອາທິດຕໍ່ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG