ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກີສຖານ ຍົກເລີກ ການຟ້ອງຮ້ອງ ເດັກຍິງ ອາຍຸ 14 ປີ


ຄອບຄົວນຶ່ງໄດ້ຜ່ານໜ້າບ້ານຂອງເດັກຍິງ Rimsha Masih ທີ່ປິດໄວ້ ທີ່ເປັນຊາວປາກີສຖານ ທີ່ນັບຖືສາສະໜາ ຄຣີສ
ທີ່ຖືກກ່າວຫາ ໃນຄະດີວ່າໝິ່ນປະໝາດສາສະໜາອີສລາມ
ຄອບຄົວນຶ່ງໄດ້ຜ່ານໜ້າບ້ານຂອງເດັກຍິງ Rimsha Masih ທີ່ປິດໄວ້ ທີ່ເປັນຊາວປາກີສຖານ ທີ່ນັບຖືສາສະໜາ ຄຣີສ ທີ່ຖືກກ່າວຫາ ໃນຄະດີວ່າໝິ່ນປະໝາດສາສະໜາອີສລາມ
ສານຂອງປາກີສຖານໄດ້ຍົກເລີກຄະດີຟ້ອງຮ້ອງເດັກຍິງອາຍຸ 14 ປີ
ທີ່ນັບຖືສາສະໜາຄຣີສ ທີ່ຖືກກ່າວຫາລາວວ່າ ໄດ້ໝິ່ນປະໝາດ
ສາສະໜາອີສລາມ ໃນຄະດີທີ່ສ້າງຄວາມໂກດແຄ້ນ ຈາກປະຊາຊົນ
ໃນທົ່ວໂລກນັ້ນ.

ສານສູງທີ່ນະຄອນຫຼວງອິສລາມາບັດ ໃນວັນອັງຄານມື້ນີ້ ໄດ້ຍົກເລີກ
ຄະດີຟ້ອງຮ້ອງຕໍ່ເດັກຍິງ Rimsha Masih ຜູ້ຊຶ່ງເພື່ອນບ້ານຂອງນາງ
ກ່າວຫາວ່າໄດ້ຈູດເຜົາພະຄໍາພີ Quran ໃນເດືອນສິງຫາຜ່ານມານີ້.

ນາງໄດ້ຖືກຈັບກຸມແລະຕິດຄຸກເປັນເວລາ 3 ອາທິດ ກ່ອນທີ່ຈະໄດ້
ຖືກປະກັນຕົວອອກມາໃນເດືອນກັນຍາແລ້ວນີ້.

ຕໍາຫຼວດໄດ້ຈັບກຸມນັກສອນສາສະໜາອິສລາມຄົນນຶ່ງໃນຖານສົງໄສ
ທີ່ວ່າ ເປັນຜູ້ວາງແຜນສ້າງຫຼັກຖານເທັດຕໍ່ນາງ Rimsha.

ຊາວປາກີສຖານທີ່ສ່ວນໃຫຍ່ນັບຖືສາສະໜາອີສລາມນັ້ນແມ່ນມີ
ກົດໝາຍການລົງໂທດທີ່ໜັກທີ່ສຸດໃນໂລກກ່ຽວກັບການໝິ່ນປະໝາດ
ສາສະໜາ. ບຸກຄົນໃດທີ່ຖືກຕັດສິນວ່າມີຄວາມຜິດໃນຖານໝິ່ນ
ປະໝາດສາສະໜາອີສລາມແລະພະສາສະດາ Muhsmmad
ແລ້ວນັ້ນ ແມ່ນ ປະເຊີນກັບໂທດປະຫານຊີວິດເທົ່ານັ້ນ.
XS
SM
MD
LG