ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານປາກິສຖານ ອະນຸຍາດໃຫ້ທະຫານ ດຳ​ເນີນ​ຄະ​ດີ ​ພວກສະໜັບສະໜູນທ່ານຄານ 16 ຄົນ


ພວກສະໜັບສະໜູນ ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ປິດຖະໜົນ ໃນຂະນທີ່ຕຳຫລວດຍິງແກັສນໍ້າຕາ ເພື່ອຂັບໄລ່ເຂົາເຈົ້າ ລະຫວ່າງການປະທ້ວງ ໃນນະຄອນກາຣາຈີ ປາກິສຖານ ວັນທີ 9 ພຶດສະພາ 2023
ພວກສະໜັບສະໜູນ ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ປິດຖະໜົນ ໃນຂະນທີ່ຕຳຫລວດຍິງແກັສນໍ້າຕາ ເພື່ອຂັບໄລ່ເຂົາເຈົ້າ ລະຫວ່າງການປະທ້ວງ ໃນນະຄອນກາຣາຈີ ປາກິສຖານ ວັນທີ 9 ພຶດສະພາ 2023

ສານ​ຕໍ່ຕ້ານການກໍ່ການຮ້າຍແຫ່ງນຶ່ງຢູ່ໃນປາກິສຖານ ໄດ້ມອບພວກສະໜັບສະໜູນອະ​ດີດນາຍົກລັດຖະມົນຕີອິມຣານ ຄານ 16 ຄົນ ໃຫ້ທະຫານ ໃນວັນພະ ຫັດວານນີ້ ເພື່ອດຳເນີນຄະ​ດີຢູ່ສານທະຫານ ໃນຂໍ້ກ່າວຫາກໍ່​ການປະທ້ວງທີ່ຮຸນແຮງ ຍ້ອນ​ການຈັບກຸມທ່ານ ​ເປັນ​ເວ​ລາສັ້ນໆຫວ່າງມໍ່ໆມານີ້.

ສານຢູ່​ນະ​ຄອນ​ລາ​ຮໍ ທາງພາກຕາເວັນອອກຂອງປະ​ເທດ ໄດ້ຕັດສິນການ​ຟ້ອງ​ຮອງ​ຕໍ່ບັນດາຜູ້ຕ້ອງສົງໄສ​ວ່າ “​ແມ່ນ​ຮັບ​ຜິດ​ຊອບ​ທີ່ຈະຕ້ອງໃຫ້ມີການ​ສອບ​ສວນສືບສວນແລະດຳເນີນຄະດີໂດຍພວກເຈົ້າໜ້າທີ່ທະຫານ ຢູ່ສານທະຫານ” ​ແລະໄດ້ແນະນຳໃຫ້ພວກເຈົ້າໜ້າທີ່​ຄວບ​ຄຸມ​ຄຸກ “ມອບ​ການ​ຄວບ​ຄຸມ ຜູ້ຖືກກ່າວຫາ” ໃຫ້ເຈົ້າໜ້າທີ່ທະຫານທີ່ກ່ຽວຂ້ອງ “ດຳເນີນການຕໍ່ໄປ.”

ຜູ້ຕ້ອງສົງໄສ 16 ຄົນ ຮວມທັງອະດີດສະມາຊິກສະ​ພາແຂວງ ​ຈາກ​ພັກເຕ​ຣິກອີ ອິນ​ຊາ​ຟ ຫລື PTI ຊຶ່ງເປັນພັກ​ການ​ເມືອງໃຫຍ່ສຸດຂອງປະເທດ.

ປາກິສຖານໄດ້ຈັບຫລາຍພັນຄົນ ຮວມທັງແມ່ຍິງ ໃນການ​ປາບ​ປາມທັບມ້າງຢູ່ທົ່ວປະເທດ ທີ່ພົວພັນກັບການ​ການ​ປະ​ທ້ວງ​ຫຼາຍ​ມື້​ທີ່ນຳພາໂດຍ​ພັກ PTI.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG