ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ສືບຕໍ່ ປະຫານຊີວິດ ພວກນັກໂທດ ທັງໆທີ່ມີ ການຄັດຄ້ານ


ແຂວງ Punjab ປາກິສຖານ
ແຂວງ Punjab ປາກິສຖານ

ພວກ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ໂດຍ​ບໍ່​ສົນ​ໃຈ​ຕໍ່​ການ​ປະ​ທ້ວງ​ທີ່​ເພີ້​ມ
ທະວີ​ຂຶ້ນ​ ຈາກ​ບັນດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ໃນ​ວັນ​
ພຸດ​ມື້​ນີ້ ​ໄດ້ປະຫານ​ຊີວິດ​ພວກ​ຜູ້​ຊາຍ 9 ຄົນ​ຢູ່​ໃນ​ບັນຊີ​ພວກ​ທີ່
​ຈະ​ຖືກ​ປະຫານ​ຊີວິດ ​ເຮັດ​ໃຫ້​ຈຳນວນ​ພວກນັກໂທດ​ທີ່​ຖືກ​ແຂວນ​
ຄໍທັງໝົດ​ໃນ​ທົ່ວ​ປະ​ເທດ​ເພີ້​ມ ຂຶ້ນ​ເປັນ 48 ຄົນ ​ນັບ​ແຕ່​ລັດຖະ
ບານໄດ້​ເລີ້ມ​ໃຊ້ໂທດ​ປະຫານ​ຊີວິດ​ຄືນ​ໃນ​ເດືອນ​ທັນວາ​ປີແລ້ວ​
ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ແຂວນ​ຄໍຄັ້ງ​ຫຼ້າ​ສຸດ ມີ​ຂຶ້ນ​ໃນ​ຄຸກ​
ແຫ່ງ​ຕ່າງໆ​ໃນ​ແຂວງ Punjab ຊຶ່ງ​ເປັນ​ແຂວງ​ທີ່​ມີ​ປະຊາຊົນ​ອາ
​ໄສຢູ່ຫຼາຍ​ທີ່​ສຸດ​ຂອງ​ປາ​ກິ​ສຖານ ​ແລະ​ພວກ​ນັກ​ໂທດເຫຼົ່ານີ້​ຖືກ​
ຕັດສິນ​ມີ​ຄວາມ​ຜິດ​ຖານ​ກໍ່ອາ​ຊະ​ຍາ​ກຳ ຮວມທັງ “ການ​ກໍ່​ການ​ຮ້າຍ” ​ແລະເປັນ​ຄາດ
​ຕະກອນ​ນຳ.

​ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ຜູ້​ຊາຍ 12 ຄົນ​ທີ່​ຖືກ​ຕັດສິນ​ມີ​ຄວາມ​ຜິດໄດ້​ຖືກ​ປະຫານ​ຊີ
ວິດ ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ແຂວງ​ປັນ​ຈາບ ຊຶ່ງ​ເປັນ​ຈຳນວນຫຼາຍ​ທີ່​ສຸດ​ໃນ​ມື້​ດຽວ ນັບ​ແຕ່​
ລັດຖະບານໄດ້ຍົກ​ເລີກ​ການ​ຫ້າມ​ນຳໃຊ້ໂທດ​ປະຫານ​ຊີວິດ​ມາ.

ນາຍົກລັດຖະມົນຕີ Nawaz Sharif ​ໄດ້​ກັບ​ຄືນມາ​ໃຊ້​ໂທດ​ປະຫານ​ຊີວິດຫຼັງ​ຈາກ​ການ
​ໂຈມ​ຕີ​ທີ່​ໂຮງຮຽນ​ໃນ​ເມືອງ Peshawar ທີ່​ໄດ້​ສັງຫານ​ພວກ​ເດັກ​ນັກຮຽນ​ຈຳນວນ134
ຄົນ​ພ້ອມ​ທັງ​ພວກ​ເຈົ້າ​ໜ້າ​ທີ່​ປະຈຳ​ໂຮງຮຽນ 16 ຄົນ. ກຸ່ມ​ຕາ​ລີ​ບັນ​ປາ​ກິ​ສຖານ ​ໄດ້​ອ້າງ​
ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ​ໄດ້​ໃຫ້​ຄຳ​ປະຕິຍານ​ວ່າ​ຈະ​ດຳ
​ເນີນ​ການ​ໂຈມ​ຕີ​ເຊັ່ນ​ນີ້​ຕື່ມ​ອີກ​.

ນັບ​ແຕ່​ນັ້ນ​ມາ ລັດຖະບານ​ໄດ້​ເພີ້​ມທະວີ​ຄວາມ​ພະຍາ​ມຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ຂຶ້ນ
​ອີກ ​ແລະ​ການ​ນຳເອົາໂທດ​ປະຫານ​ຊີວິດມາໃຊ້ຄືນໃໝ່ ​ຖືກອ້າງ​ວ່າ​ເປັນ​ພາກສ່ວນ​ນຶ່ງ​
ໃນ​ການ​ປຸກລະດົມດັ່ງກ່າວ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດຢູ່ທັງ​ໃນ​ແລະ​ນອກ​ປະ​ເທດ​ປາ​ກິ​ສຖານໄດ້​ຕຳ​ໜິຕິຕຽນ
​ການ​ປະຫານ​ຊີວິດ​ຄົນ​ໂທດ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ຢຸດ​ການ​ປະຫານ​ຊີວິດ​ນີ້​
ໂດຍ​ທັນທີ ​ແລະ​ຢືນ​ຢັດ​ວ່າ ພວກ​ຄົນ​ໂທດນີ້​ຫຼາຍ​ຄົນ​ແມ່ນ​ສືບ​ເນື່ອງ​ມາ​ຜົນ​ຂອງ​ການ
​ດຳ​ເນີນ​ຄະດີທີ່​ຜິດ​ພາດ ​ແລະ​ບໍ່​ຍຸຕິ​ທຳ.

ປັດຈຸບັນ​ນີ້ ​ກະ​ປະມານ​ວ່າ ມີ​ພວກ​ນັກ​ໂທດ​ຈຳນວນ​ຫຼາຍ​ກວ່າ 8 ພັນ ​ຄົນ​ຢູ່​ໃນ​ບັນຊີ​ລໍ
ຖ້າ​ປະຫານ​ຊີວິດ​ໃນ​ປາ​ກິ​ສຖານ.

XS
SM
MD
LG