ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານຢືນຢັນສົບຂອງຄົນ ສັນຊາດຈີນທີ່ຖືກລັກພາຕົວ ແລະຂ້າຕາຍ


ຊາວປາກິສຖານປະທ້ວງ ປະນາມການວາງລະເບີດສະລະຊີບ ທີ່ວັດ Lal Shahbaz Qalandar ໃນນະຄອນ Lahore ປະເທດປາກິສຖານ.
ຊາວປາກິສຖານປະທ້ວງ ປະນາມການວາງລະເບີດສະລະຊີບ ທີ່ວັດ Lal Shahbaz Qalandar ໃນນະຄອນ Lahore ປະເທດປາກິສຖານ.

ກຸ່ມລັດ​ອິສລາ​ມ​ໄດ້​ສະແດງວີດິໂອໃຫ້ເຫັນຮ່າງກາຍທີ່ເຕັມໄປດ້ວຍເລືອດຂອງຄົນສັນ
ຊາດ​ຈີນ​ ທີ່​ຖືກ​ກັກ​ຂັງກັບຄູ່ຮັກຂອງລາວ ທີ່ກຸ່ມກໍ່ການຮ້າຍດັ່ງກ່າວອ້າງ​ວ່າ ຕົນ​ໄດ້​ສັງ
ຫານ​ຢູ່​ທາງ​ພາກ​ພາກ​ຕາເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກິ​ສຖານ.

ເຈົ້າໜ້າທີ່ລັດຂັ້ນແຂວງຢູ່ເຂດດັ່ງກ່າວໄດ້ຢືນຢັນກັບ VOA ວ່າ ຜູ້ຊາຍທີ່ເບິ່ງຄືວ່າກໍາລັງ
ຈະ ສິ້ນລົມຫາຍໃຈຢູ່ໃນວີດິໂອນັ້ນ ເປັນຄົນຈີນຜູ້​ນຶ່ງໃນຈໍານວນສອງຄົນ ທີ່​ໄດ້ຖືກ​ລັກ
ພາ​ໂຕໃນເດືອນແລ້ວນີ້ ຢູ່ທີ່ Quetta ​ເມືອງ​ຫລວງ​ແຂວງ Baluchistan.

ເຈົ້າໜ້າທີ່ດັ່ງກ່າວ ບໍ່ຂໍບອກຊື່ ເພາະລາວເວົ້າວ່າ ເຈົ້າໜ້າທີ່ບໍ່ທັນໄດ້ພົບເຫັນຄົນຈີນ
ສອງ​ຄົນ​ທີ່ຖືກຂ້າຕາຍນັ້ນເທື່ອ ແລະລາວເວົ້າວ່າລາວບໍ່ຢາກໃຫ້ການຢືນຢັນຢ່າງເປັນ
ທາງການກ່ຽວ ກັບຊາຕາກໍາຂອງຄົນຕ່າງປະເທດສອງຄົນນີ້.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hau Chunying ເວົ້າວ່າ ໃນກອງປະ
ຊຸມ ລາຍງານຫຍໍ້ທີ່ມີປະຈໍາໃນວັນສຸກມື້ນີ້ ເວົ້າວ່າ ນະຄອນປັກກິ່ງໄດ້ຊາບເລື້ອງຈາກ
ນະຄອນ Islamabad ວ່າ ສອງຄົນທີ່ຖືກລັກພາຕົວອາດຈະເສຍຊີວິດໄປແລ້ວ. ທ່ານ
ນາງກ່າວວ່າ “ພວກເຮົາໄດ້ສັງເກດເຫັນວ່າລາຍງານແມ່ນເໝາະສົມ ແລະຄວາເປັນ
ຫ່ວງແມ່ນສູງ. ພວກເຮົາພະຍາຍາມຊ່ວຍກອບກູ້ເອົາຄົນທີ່ຖືກກັກຕົວສອງຄົນດັ່ງກ່າວ ເປັນມາຕະຫລອດ.”

ທ່ານນາງຍັງໄດ້ກ່າວອີກວ່າ ນະຄອນປັກກິ່ງ ໄດ້ພົວພັນກັບຝ່າຍປະກິສຖານ ແລະພະ
ຍາຍາມ ທີ່ຈະສືບຮູ້ຂ່າວເພີ້ມຂຶ້ນ ພ້ອມທັງພິສູດເບິ່ງສະຖານະການດ້ວຍ ທຸກວິທີທາງ.

ທະຫານປາກິສຖານຄົນນຶ່ງ ຢືນຍາມໃນຂະນະທີ່ເຮືອບັນທຸກຈີນ ຕຽມຈະອອກເດີນທາງ.
ທະຫານປາກິສຖານຄົນນຶ່ງ ຢືນຍາມໃນຂະນະທີ່ເຮືອບັນທຸກຈີນ ຕຽມຈະອອກເດີນທາງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG