ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

30 ຄົນຕິດຄ້າງຢູ່ໃຕ້ດິນບໍ່ຖ່ານຫິນ ທີ່ປາກີສຖານ


ພວກພະນັກງານບໍ່ຖ່ານຫິນແລະຊາວບ້ານພາກັນຊຸມນຸມກັນ ຢູ່ນອກບໍ່ຖານຫິນ ຫລັງຈາກເກີດລະເບີດຢູ່ໃນບໍ່ ໃກ້ເມືອງ Quetta, ປາກີສຖານ ວັນທີ 20 ມີນາ 2011
ພວກພະນັກງານບໍ່ຖ່ານຫິນແລະຊາວບ້ານພາກັນຊຸມນຸມກັນ ຢູ່ນອກບໍ່ຖານຫິນ ຫລັງຈາກເກີດລະເບີດຢູ່ໃນບໍ່ ໃກ້ເມືອງ Quetta, ປາກີສຖານ ວັນທີ 20 ມີນາ 2011

ພວກເຈົ້າໜ້າທີ່ປາກີສຖານກ່າວວ່າ ​ໄດ້​ເກີດເຫດ ແກສ Methane ລະເບີດຫລາຍໆຄັ້ງຢູ່ໃນບໍ່ຖ່ານຫິນແຫ່ງນຶ່ງ ໃນເຂດຕາເວັນຕົກສຽງໃຕ້ຂອງປາກີສຖານ ເຮັດໃຫ້ມີຄົນ​ງານ​ບໍ່ຕິດຄ້າງຢູ່ຢ່າງ​ນ້ອຍ 30 ຄົນ.

ພວກເຈົ້າໜ້າທີ່ກ່ຽວຂ້ອງກ່າວວ່າ ເຫດລະເບີດໄດ້ເກີດຂຶ້ນ
ໃນວັນອາທິດມື້ນີ້ ທີ່ບໍ່ຖ່ານຫິນແຫ່ງນຶ່ງ ທີ່ເປັນຂອງບໍລິສັດ
ພັດທະນາແຮ່ທາດປາກີສຖານຂອງລັດຖະບານ.

ບໍ່ຖ່ານຫິນທີ່​ວ່ານີ້ ຕັ້ງຢູ່ໃນເຂດແຂວງ Baluchistan ຫ່າງ
ຈາກເມືອງຫລວງ Quetta ຂອງແຂວງ ອອກ​ໄປ 35 ຫລັກກິໂລແມດ.

ການປະຕິບັດງານກູ້ໄພ​ກໍາລັງດໍາ​ເນີນ​ໄປ​ຢູ່.

XS
SM
MD
LG