ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ປາ​ກິ​ສ​ຖານ ປິດ​ສຳ​ນັກ​ງານ ​ກົງ​ສຸນ ປະ​ຈຳນະ​ຄອນຫຼວງຂອງ​ ອັ​ຟ​ກາ​ນິ​ສ​ຖານ


ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ຢູ່​ດ້ານ​ໜ້າ ​ສະ​ຖານ​ທູດ ປາ​ກິ​ສ​ຖານ ປະ​ຈຳ​ນະ​ຄອນ​ກາ​​ບູ​ລ ຂອງ​ອັ​ຟ​ກາ​ນິສ​ຖານ, ​ວັນ​ຈັນ ທີ 4 ພະ​ຈິກ 2019. (AP Photo/Rahmat Gul)
ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ຢູ່​ດ້ານ​ໜ້າ ​ສະ​ຖານ​ທູດ ປາ​ກິ​ສ​ຖານ ປະ​ຈຳ​ນະ​ຄອນ​ກາ​​ບູ​ລ ຂອງ​ອັ​ຟ​ກາ​ນິສ​ຖານ, ​ວັນ​ຈັນ ທີ 4 ພະ​ຈິກ 2019. (AP Photo/Rahmat Gul)

ປາ​ກິ​ສ​ຖານ ໄດ້​ປິດ​ສຳ​ນັກ​ງານກົງ​ສຸນ​ຂອງ​ຕົນ ​ປະ​ຈຳ ນະ​ຄອນຫຼວງ ຂອງ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ອ້າງ​ເຖິງເຫດ​ຜົນ​ດ້ານ​ຄວາມ​ປອດ​ໄພ ທີ່ບໍ່​ໄດ້​ລະ​ບຸ​ສະ​ເພາະ​ເຈາະ​ຈົງ.

ປາ​ກິ​ສ​ຖານ ໄດ້​ກ່າວ​ວ່າ ສຳ​ນັກ​ງານ​ຢູ່​ທີ່​ນະ​ຄອນຫຼວງ​ກາ​ບູ​ລ ຈະ​ຖືກ​ປິດ​ໄວ້ ຈົນ​ກວ່າ​ວ່າ ຈະ​ມີແຈ້ງ​ການ​ເພີ້ມ​ຕື່ມ.

ກະ​ຊວງ​ກາ​ນຕ່າງປະ​ເທດ​ຂອງ​ປາ​ກິ​ສ​ຖານ ໄດ້​ກ່າວ​ວ່າ ອຸ​ປະ​ທູດ​ຂອງ​ອັ​ຟ​ກາ​ນິ​ຖານ ໄດ້​ຖືກ​ຮຽກ​ຕົວໃຫ້​ເຂົາ​ພົບ ເພື່ອ “​ແຈ້ງ​ໃຫ້​ຊາບເຖິງ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ໃນ​ດ້ານ​ຄວາມ​ປອດ​ໄພ ແລະຄວາມ​ໝັ້ນ​ຄົງ” ກ່ຽວ​ກັບ​ບັນ​ດາ​ນັກ​ການ​ທູດ​ຂອງ​ຕົນ ຢູ່ໃນ​ກາ​ບູ​ລ.

ປາ​ກິ​ສ​ຖານ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ວ່າ ​ບັນ​ດາ​ພະ​ນັກ​ງານ ປະ​ຈຳສະ​ຖານ​ທູດ​ຂອງ​ຕົນ ໄດ້​ຖືກ “ກີດ​ຂວາງ ຢູ່​ຕາມ​ຖະ​ໜົນ ແລະ​ຍານ​ພາ​ຫະ​ນະ​ຂອງ​ສະ​ຖານ​ທູດ ກໍ​ຍັງ​ຖືກ​ຕຳ​ໂດຍ​ພວກ​ລົດ​ຈັກ ໃນ​ຂະ​ນະ​ທີ່ ແລ່ນ​ໄປ​ຫາ​ສະ​ຖານ​ທູດ.”

ສາຍ​ສຳ​ພັນ ລະ​ຫວ່າງ ປາ​ກິ​ສ​ຖານ ແລະ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ມີ​ຄວາມ​ເຄັ່ງ​ຕຶງ​ມາ​ເປັນ​ເວ​ລາ​ຍາວ​ນານ.

ກາ​ບູ​ລ ກ່າວຫາວ່າ ບັນ​ດາ​ຜູ້​ນຳ ແລະ​ພວກ​ນັກ​ລົບ ຂອງ​ກຸ່ມ​ຕາ​ລີ​ບານ ອັ​ຟ​ກາ​ນິ​ຖານ ໃຊ້​ດິນ​ແດນ​ຂອງ​ປາ​ກິ​ສ​ຖານ​ເປັນສະ​ຖານ​ທີ່​ຫລົບລີ້​ ເພື່ອ​ສັ່ງ​ການ​ ​ພວກ​ກະ​ບົດໃຫ້ໂຈມ​ຕີ​ ກອງ​ກຳ​ລັງ​ທ້ອງ​ຖິ່ນ ແລະ​ສາ​ກົນ ອັນ​ເປັນ​ການ​ກ່າວ​ຫາ​ທີ່​ປາ​ກິ​ສ​ຖານ ໄດ້​ປະ​ຕິ​ເສດ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG