ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສະແດງຄວາມເສຍໃຈ ທີ່ປາກີສຖານ ຖອນໂຕຈາກກອງປະຊຸມ ກ່ຽວກັບອະນາຄົດ ຂອງອັຟການີສຖານ (ເບິ່ງວີດີໂອ)


ການສົ່ງສະການຂອງທະຫານປາກີສຖານ 24 ຄົນທີ່ຖືກຂ້າຕາຍໂດຍບັງເອີນ ໃນການໂຈມຕີທາງ ອາກາດຂອງເນໂຕ້
ການສົ່ງສະການຂອງທະຫານປາກີສຖານ 24 ຄົນທີ່ຖືກຂ້າຕາຍໂດຍບັງເອີນ ໃນການໂຈມຕີທາງ ອາກາດຂອງເນໂຕ້

ທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າທ່ານ​ນາງ​ມີ​ຄວາມ
ເສຍ​ໃຈ ຕໍ່ການ​ທີ່ປາ​ກີ​ສຖານ​ໄດ້ຖອນ​ຕົວ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ນານາ​ຊາດ ກ່ຽວ​ກັບ
ອະນາຄົດ​ຂອງ​ອັຟກາ​ນີສ​ຖານ ​ແຕ່​ກໍຫວັງ​ວ່າ ຈະໄດ້ຮັບ​ການຮ່ວມມື​ຈາກລັດຖະບານ​ກຸງ
ອິສລາມາ​ບັດ ​ໃນ​ອານາ​ຄົດ.

ທ່ານ​ນາງ​ຄລິນ​ຕັນ​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ເກົາຫລີ​ໃຕ້​ໃນ​ວັນ​ພຸດ​ມື້ນີ້ວ່າ ປາ​ກີ​ສ
ຖານ ກໍ​ຄືສະຫະລັດ ມີ​ “ຄວາມ​ສົນ​ໃຈອັນ​ເລິກ​ເຊິ່ງ ​ໃນການ​ເຮັດ​ໃຫ້ ອັຟກາ​ນີສຖານ​ເປັນ​ປະ​ເທດ​ ທີ່​ມີ​ຄວາມ​ປອດ​ໄພ, ໝັ້ນຄົງ ​ແລະ​ນັບ​ມື້ນັບ​ມີ​ປະຊາທິປະ​ໄຕປະ​ເທດ​ນຶ່ງ.”

ເຈົ້າໜ້າທີ່ທາງ​ການ​ທູດ​ຂັ້ນສູງ​ທ່ານ​ນີ້ຍັງ​ໄດ້​ເວົ້າອີກ​ວ່າ ທັງ ລັດຖະບານ​ກຸງອິສລາມາ​ບັດ ​ແລະ​ວໍ​ຊິງ​ຕັນ ຈະ​ຕ້ອງ​ໄດ້​ຖອດ​ຖອນ​ບົດຮຽນຈາກການ​ໂຈມ​ຕີ​ທາງ​ອາກາດ ຂອງ​ເນ​ໂຕ້​ທີ່​ໄດ້​ສັງຫານທະຫານປາ​ກີ​ສຖານ 24 ຄົນ ​ໃນສະພາບທີ່​ມີ​ການ​ຂັດ​ແຍ່ງ​ກັນ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ເພື່ອ​ວ່າ​ທັງ​ສອງ​ປະ​ເທດ​ຈະ​ສາມາດ​ສືບຕໍ່ ທໍ​າການ​ຕໍ່ສູ້​ຕ້ານ​ພວກ​ກໍ່ການຮ້າຍນໍາ​ກັນ​ໄດ້. ທ່ານ​ນາງ​ໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ມີ​ການ​ສືບສວນ ສອບ​ສວນ ທີ່​ວ່ອງ​ໄວ ​ແລະ​ລະອຽດຖີ່​ຖ້ວນຂຶ້ນ ຕໍ່ສິ່ງ​ທີ່​ທ່ານ​ນາງ​ເອີ້ນວ່າ “​ເຫດການ​ໂສກ​ນາດຕະກໍາ​ທີ່​ເກີດ​ຂຶ້ນ​ໂດຍບໍ່ໄດ້ຕັ້ງໃຈ​” ນັ້ນ.

ເຈົ້າໜ້າທີ່ປາ​ກີ​ສຖານ​ໄດ້​ເວົ້າວ່າ ພວກ​ເຂົາ​ເຈົ້າ ຈະບໍ່​ຍອມເຂົ້າຮ່ວມ​ກອງ​ປະຊຸມ​ ທີ່​ຈະ​ຈັດ​ຂຶ້ນ​ໃນ​ກຸງ​ບອນ​ຂອງ​ເຢຍລະ​ມັນ ​ໃນ​ເດືອນໜ້ານີ້ ເພື່ອ​ເປັນ​ການປະ​ທ້ວງຕໍ່ການ​ໂຈມ​ຕີ​ທາງ​ອາ
ກາດຂອງ​ເນ​ໂຕ້.

ທາງ​ດ້ານ​ທ່ານ ຮາມິດ ຄາ​ຊາຍ (Hamid Kazai) ປະທານາທິບໍດີ​ຂອງ ​ອັຟກາ​ນີສ​ຖານ ​ໄດ້​ຊຸກຍູ້​ໃຫ້ປາ​ກີ​ສຖານ ​ໃຫ້​ພິຈາລະນາ​ຄໍາ​ຕັດສິນ​ໃຈ​ຂອງ​ຕົນຄືນ​ໃໝ່ ທີ່​ຈະ​ຂວໍ້າບາດ​ກອງ​ປະຊຸມກ່ຽວ​ກັບອະນາຄົດ​ຂອງປະ​ເທດ​ຕົນ. ທ່ານ ຄາ​ຊາຍ ​ໄດ້​ໂທລະສັບ​ໄປ​ຫານາຍົກລັດ
ຖະມົນຕີປາ​ກີ​ສຖານ ທ່ານ Yousuf Raza Gilani ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ຂໍ​ຮ້ອງ​
ທ່ານ Raza Gilani ບໍ່​ໃຫ້​ຫັນ​ຫລັງ​ໃສ່ກອງປະຊຸມນາໆຊາດດັ່ງກ່າວ. ຜູ້​ນໍາອັຟກາ​ນີສ​ຖານ
ທ່ານ​ນີ້ ຍັງ​ໄດ້​ສະ​ແດງ​ຄວາມສະ​ແດງ​ຄວາມ​ເສຍ​ໃຈ​ນໍາການ​ສູນ​ເສຍ​ຂອງ​ປາ​ກິ​ສຖານ.

ພວກ​ເຈົ້າໜ້າທີ່​ທະຫານ​ຂອງປາ​ກີສຖານກ່າວ​ວ່າ ຕົນເຊື່ອວ່າ​ເນ​ໂຕ ​ໄດ້​ເປີດ​ສາກ​ການ​ໂຈ​ມຕີ​ທາງ​ອາກາດ​ໂດຍ​ເຈດ​ຕະນາ. ​ນາຍພົນ​ Ashfaq Nadeem ຍັງ​ບໍ່​ແນ່​ໃຈ​ວ່າ ປາ​ກີສ
ຖານຈະ​ເຂົ້າຮ່ວມການ​ສືບສວນສອບ​ສວນ​ໃນ​ເລື້ອງການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວນີ້ ທີ່​ດໍາ​ເນີນ​ໂດຍ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ຫລືບໍ່.

ເບິ່ງວີດີໂອ ລາຍງານກ່ຽວກັບປາກິສຖານ ຖອນໂຕຈາກກອງປະຊຸມ:

XS
SM
MD
LG