ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ​ປາ​ກິ​ສ​ຖານ ສັ່ງ​ໃຫ້​ປ່ອຍ​ອະ​ດີດ​ນາ​ຍົກ ທ່ານ​ອິມ​ຣານ ຄານ ຫຼັງ​ຈາກ​ເກີດ​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ


ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ PTI ແລະ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ູ​ຄານ ພາ​ກັນ​ສະ​ຫຼອງ ຫຼັງ​ຈາກ​ສານ​ສູງ​ສຸດ​ໄດ້​ປະ​ກາດ​ວ່າ ການ​ຈັບ​ທ່ານ​ຄານ ທີ່​ນະ​ຄອນ​ລາ​ຮໍ ເມື່ອ​ວັນ​ທີ 11 ພຶດ​ສະ​ພາ 2023 ແມ່ນ "ບໍ່​ສົມ​ບູນ."
ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ PTI ແລະ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ູ​ຄານ ພາ​ກັນ​ສະ​ຫຼອງ ຫຼັງ​ຈາກ​ສານ​ສູງ​ສຸດ​ໄດ້​ປະ​ກາດ​ວ່າ ການ​ຈັບ​ທ່ານ​ຄານ ທີ່​ນະ​ຄອນ​ລາ​ຮໍ ເມື່ອ​ວັນ​ທີ 11 ພຶດ​ສະ​ພາ 2023 ແມ່ນ "ບໍ່​ສົມ​ບູນ."

ສານ​ສູງ​ສຸດ​ປາ​ກິ​ສ​ຖານ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຂອງ​ປະ​ເທດ ທ່ານ​ອິມ​ຣານ ຄານ ຜູ້​ທີ່​ໄດ້​ຖືກ​ຈັບ​ແລະ​ນຳ​ໄປ​ຄຸມ​ຂັງ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ປະ​ທ້ວງ​ຢ່າງ​ຮຸ​ນ​ແຮງ​ຢູ່​ໃນ​ທົ່ວ​ປະ​ເທດ.

ອະ​ດີດ​ດາ​ລາ​ຄຣິ​ກ​ເກັດ ອາຍຸ 70 ປີ ຖືກລາກ​ອອກ​ໄປ​ຂ້າງນອກ​ແລະ​ຍູ້​ຂຶ້ນ​ລົດ​ຫຸ້ມ​ເກາະ​ ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ພິ​ເສດ ໃນວັນອັງຄານຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານພວມ​ລໍ​ຖ້າ​ຂຶ້ນ​ສານ ເພື່ອ​ຮັບ​ຟັງ​ການ​ກ່າວຫາ ທີ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ.

ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ຄານ ໄດ້​ພາ​ກັນ​ຟ້ອນ​ລຳ​ຢູ່ນອກ​ສານ​ສູງ​ສຸດ ​ເພື່ອ​ສະ​ເຫຼີມ​ສະ​ຫຼອງຄຳ​ສັ່ງ​ໃຫ້​ປ່ອຍ​ໂຕ​ທ່ານ. ການ​ຕັດ​ສິນ​ໄດ້​ສັ່ງ​ໃຫ້​ທ່ານ​ຄານ​ໄປ​ປາ​ກົດ​ໂຕ​ທີ່ສານ​ສູງ​ສຸດ​ໃນ​ວັນ​ສຸກມື້ນີ້ ​ບ່ອນ​ທີ່​ທ່ານ​ໄດ້​ຖືກ​ຈັບ “ຢ່າງ​ຜິດ​ກົດ​ໝາຍ.”

ຈົນ​ເທົ່າ​ຮອດ​ເວ​ລານັ້ນ ຫົວ​ໜ້າ​ສານ ທ່ານ​ອາ​ຕາ ແບນ​ດີ​ອໍ ໄດ້​ສັ່ງເຈົ້າ​ໜ້າ​ທີ່ໃຫ້​ທ່ານ​ຄານ​ເຊົາ​ຢູ່​ບ້ານ​ພັກ​ຂອງ​ຕຳ​ຫຼວດ ໃນ​ນະ​ຄອນ​ຫຼວງ ແລະ​ໃຫ້​ທ່ານ​ຕິດ​ຕໍ່​ຫາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແລະ​ທີ່​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ​ໄດ້.

ທ່ານ​ແບນ​ດີ​ອໍ ຍັງ​ໄດ້​ຮ້ອງ​ຂໍ​ໃຫ້​ທ່ານ​ຄານ ຂໍຮ້ອງໃຫ້​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ຈາກ​ພັກ​ ຕາ​ຣິກ-ອີ-ອິນ​ຊາ​ຟ ປາ​ກິ​ສ​ຖານ ຫຼື PTI ຢູ່​ໃນ​ຄວາມ​ສະ​ຫງົບ.

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ຕຳ​ຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ພັກ PTI ໃຫ້​ການ​ຢືນ​ຢັນ​ວ່າ ຄະ​ນະ​ນຳ​ພາ​ສູນ​ກາງ ​ຂອງ​ພັກ​ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປາ​ກິ​ສ​ຖານ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ຄານ​ຫຼາຍກວ່າ 2,000 ຄົນ ໄດ້​ຖືກ​ຈັບ ຫຼື​ບໍ່​ກໍ​ພວມ​ຖືກ​ຕາມ​ລ່າ​ຫາ​ໂຕ ໃນ​ຂໍ້​ຫາຂົ່ມ​ຂູ່ທາງ​ອາ​ຍາ ກໍ່​ຈະ​ລາ​ຈົນ ແລະ​ໂຈມ​ຕີ​ຕໍ່​ຊັບ​ສິນ​ຂອງ​ລັດ​ຖະ​ບານ.

ການ​ເອົາ​ມາດ​ຕະ​ການຢ່າງ​ເຂັ້ມ​ງວດ ​ແມ່ນ​ເພື່ອ​ຕອບ​ໂຕ້​ຢ່າງວ່ອງ​ໄວ ​ຕໍ່​ການ​ປະ​ທ້ວງ​ຂ​ະ​ໜາດ​ໃຫຍ່​ແລະ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດທີ່​ເກີດ​ຈາກ​ການ​ຈັບ​ກຸມ​ທ່ານ​ຄານ​ໃນ​ມື້​ວັນ​ອັງ​ຄານ​ຜ່ານ​ມາ. ການ​ປະ​ທະ​ກັນ​ລະ​ຫວ່າງ​ພວກ​ປະ​ທ້ວງຮວມ​ທັງ​ພວກ​ຜູ້​ຊາຍ​ແລະ​ແມ່​ຍິງ ກັບ​ຕຳ​ຫຼວດ​ຈະ​ລາ​ຈົນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຢ່າງ​ໜ້ອຍ 8 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳ​ນວນ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG