ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສຖານ ສົນ​ທະ​ນາ​ເລື້ອງ ເສດ​ຖະ​ກິດ ແລະ​ແຄວ້ນແຄ​ັສ​ເມຍ ​ກັບ​ຈີນ


ທ່ານ ອິມ​ຣານ ຄານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປາກິ​ສ​ຖານ (ກາງ​) ລົມ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ ເຄີ​ຈຽງ​ຂອງ​ຈີນ (ກາງ​) ພ​າຍ​ຫລັງ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໃນ​ວັນ​ທີ 28 ເມ​ສາ, 2019
ທ່ານ ອິມ​ຣານ ຄານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປາກິ​ສ​ຖານ (ກາງ​) ລົມ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ ເຄີ​ຈຽງ​ຂອງ​ຈີນ (ກາງ​) ພ​າຍ​ຫລັງ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ໃນ​ວັນ​ທີ 28 ເມ​ສາ, 2019

ທ່ານ ອິມ​ຣານ ຄານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປາກິ​ສ​ຖານ ຈະ​ເລີ້ມທຳ​ການ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການໃນ​ວັນ​ອັງ​ຄານມື້ນີ້ ຊຶ່ງ​ທ່ານ​ຈະ​ໄດ້​ພົບ​ກັບ​ປະ​ທານ​ສີ ​ຈິ້ນ​ຜິງ​ ແລະນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ ເຄີ​ຈຽງ​ຂອງ​ຈີນ ເພື່ອ​ສົນ​ທະ​ນາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍແລະ​ສະ​ພາບ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ເກີດ​ຂຶ້ນ​ຈາກ​ການ​ກະ​ທຳ​ເມື່ອມໍ່ໆ​ມານີ້​ຂອງ​ອິນ​ເດຍ ຢູ່​ໃນແຄວ້ນແຄັ​ສ​ເມຍ.

ຫ້ອງ​ການ​ຂອງ​ທ່ານ​ຄານ​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ຢ້ຽມ​ຢາມ​ເປັນ​ເວ​ລາ​ສອງວັນ​ຂອງ​ທ່ານ "ຈະ​ເປັນ​ເຄື່ອງ​ມື​ໃຊ້​ໃນ​ການ​ເຮັດ​ໃຫ້ສາຍ​ສຳ​ພັນ​ທາງ​ເສດ​ຖະ​ກິດ, ການ​ລົງ​ທຶນ ແລະ​ດ້ານ​ຍຸດ​ທະ​ສາດ​” ລະ​ຫວ່າງ​ສອງ​ປະ​ເທດທີ່​ເປັນ​ເພື່ອນ​ບ້ານ​ກັນ​ແຫ່ງນັ້ນ “ໃຫ້​ແໜ້ນ​ແກ່ນ​ຂຶ້ນກວ່າ​ເກົ່າ.

ຄວາມ​ເຄັ່ງ​ຕຶງ​ຂອງ​ປາ​ກິ​ສ​ຖານ​ກັບ​ອິນ​ເດຍ ໄດ້​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ ນັບ​ແຕ່ ລັດ​ຖະ​ບານ​ຊາດ​ນິ​ຍົມຮິນ​ດູ ໄດ້​ລົບ​ລ້າງ ສະ​ຖ​ານະພາບ​ເຄິ່ງ​ປົກ​ຄອງ​ຕົນ​ເອງ​ຂອງແຄວ້ນ​ແຄັ​ສ​ເມຍ ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ແລະ​ໄດ້​ວາງ​ຂໍ້​ຈຳ​ກັດ ຕໍ່​ຂົ​ງ​ເຂດ​ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸ​ສ​ລິມທີ່​ທັງ​ສອງ​ປະ​ເທດ​ອ້າງ​ເອົາ​ກຳ​ມະ​ສິດຢ່າງ​ເຕັມ​ສ່ວນນັ້ນ.

"ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ພວກ” ພັດ​ທະ​ນາ​ໃນ​ຂົງ​ເຂດ ຊຶ່ງ​ລວມທັງ​ສະ​ພ​າບທີ່​ມີ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ໃຕ້​ທີ່​ເກີດ​ຈາກ​ສະ​ພາບ​ການ​ຢູ່​ໃນ​ເຂດ ຈາມ​ມູ ແລະ​ແຄັສ​ເມຍ​ທີ່​ຖືກ​ຍຶດ​ຄອງນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນ​ຖະ​ແຫລງ​ການ.

ຈີນ​ໄດ້​ປະ​ຕິ​ເສດ​ວ່າ ການ​ກະ​ທຳ​ຂອງ​ອິນ​ເດຍຢູ່ແຄວ້ນ​ແ​ຄັ​ສ​ເມຍນັ້ນ​ວ່າ "ເປັນ​ເລື້ອງ​ທີ່​ຮັບ​ເອົາ​ບໍ່​ໄດ້" ແລະ​ໄດ້​ເຕືອນ​ໃຫ້​ລະ​ວັງ​ຕໍ່​ການ​ປ່ຽນ​ແປງ​ສະ​ພາບ​ການ​ແຕ່​ຝ່າຍ​ດຽວທີ່​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ໃນຂົງ​ເຂດນັ້ນ. ຈີນ​ຍັງ​ໄດ້​ມີ​ການ​ຄວບ​ຄຸມ​ຢູ່​ໃນ​ພາກ​ສ່ວນ​ນ້ອຍໆ ທີ່​ມີ​ພົນ​ລະເມືອງໜ້ອຍ​ດຽວ​ຢູ່​ໃນ​ຂົງ​ເຂດນັ້ນ ແລະ ມີ​ການ​ຂັດ​ແຍ້ງ​ມາ​ເປັນ​ເວ​ລາ​ດົນ​ນານ​ໃນ​ເລື້ອງ​ຊາຍ​ແດນ​ກັບ​ອິນ​ເດຍ.

ອິນ​ເດຍ​ໄດ້​ໂຕ້​ແຍ້ງວ່າ ການ​ເຄື່ອນ​ໄຫວ​ຂອງ​ຕົນ ຢູ່​ໃນ ແຄວ້ນ​ແ​ຄັ​ສ​ເມຍ ແມ່ນ​ບັນ​ຫາ​ພາຍ​ໃນ ແລະ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ນຳ​ເອົາ​ການ​ພັດ​ທະ​ນາ ພ້ອມ​ກັບ​ຄວາມ​ຈະ​ເລີນ​ຮັ່ງ​ມີ​ທາງ​ເສດ​ຖະ​ກິດ​ໄປ​ສູ່​ຂົງ​ເຂດນັ້ນ.

ການ​ຢ້ຽມ​ຢາມຈີນ​ໃນຄັ້ງ​ນີ້ ຂອງ​ທ່ານຄານ ຈະ​ເປັນ​ຄັ້ງ​ທີ​ສາມແລ້ວນັ້ນ ແຕ່​ທ່ານ​ໄດ້​ຂຶ້ນ​ຮັບ​ຕຳ​ແໜ່ງ​ ໃນໄລ​ຍະ​ປີປາຍ​ ເປັນ​ຕົ້ນ​ມາ.

ທ່ານ ຢາວ ຈິງ, ເອກ​ອັກ​ຄະລັດຖະ​ທູດ​ຂອງ​ຈີນ ປະ​ຈຳ​ປາ​ກິ​ສ​ຖານ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ປະ​ທານ​ປະ​ເທດ ສີ ຈິ້ນ​ຜິງ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ ໄດ້​ພັດ​ທະ​ນາ "ສາຍ​ສຳ​ພັນ​ທີ່​ດີ​ຫລາຍ​ນຳ​ກັນ" ເພື່ອ​ເສີມ​ສ້າງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຂອງ​ສອງ​ປະ​ເທດນີ້.

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ທ່ານ​ຕິດ​ຕໍ່​ກັນ​ເລື້ອ​ຍໆ ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ເປັນ​ການ​ເຄື່ອນ​ໄຫວ​ທີ່​ດີ​ ຍ້ອນ​ວ່າ​ພວກ​ຜູ້​ນຳ​ທັງ​ສອງ​ປະ​ເທດ​ຂອງ​ໂລກ ແມ່ນ​ມີ​ຄວາມ​ເຫັນ​ຢ່າງ​ເປັນ​ເອກ​ກະ​ສັນ​ນຳ​ກັນ​ຮ້ອຍ​ເປີ​ເຊັນ ກ່ຽວ​ກັບ​ຄວາມ​ສຳ​ພັນ​ແລະ​ການ​ຮ່ວມ​ມື​ດັ່ງ​ກ່າວນີ້.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈະ​ມີ​ການ​ລົງ​ນາມ​ໃນ​ສັນ​ຍາ​ຕ່າງໆ​ຈຳ​ນວນ​ນຶ່ງ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອ​ງ​ທ່ານ​ຄານ ເພື່ອ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ຂອງ​ສອງ
ຝ່​າຍ ພາຍ​ໃຕ້​ເສັ້ນ​ທາງ​ເສດ​ຖະ​ກິດ ມູນ​ຄ່າ​ຫຼາຍ​ຕື້​ໂດ​ລາ ລະ​ຫວ່າງ​ຈີນ ກັບ​ປາ
ກິ​ສ​ຖານ ຊຶ່ງ​ເປັນ​ນຶ່ງ​ໃນ​ໂຄງ​ການ​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຂອງ​ຈີນນັ້ນ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG