ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຂະຫຍາຍການຄ້າ ກັບປາກິສຖານ


ພິທີລົງນາມໃນຂໍ້ຕົກລົງການຄ້າປາກິສຖານ-ຈີນ (18 ທັນວາ 2010)
ພິທີລົງນາມໃນຂໍ້ຕົກລົງການຄ້າປາກິສຖານ-ຈີນ (18 ທັນວາ 2010)

ມີກຳນົດວ່າຈີນແລະປາກິສຖານ ຈະລົງນາມໃນຂໍ້ຕົກລົງ
ການຄ້າໃນມູນຄ່າເພີ່ມຕື່ມ 10 ພັນລ້ານໂດລາ ໃນວັນ
ເສົາມື້ນີ້ ໃນລະຫວ່າງມື້ທີ 2 ຂອງການຢ້ຽມຢາມປາກິສ
ຖານໂດຍນາຍົກລັດຖະມົນຕີ ທ່ານ Wen Jiabao.

ໃນມື້ວັນສຸກວານນີ້ ຈີນແລະປາກິສຖານ ກໍໄດ້ລົງນາມ
ໃນຂໍ້ຕົກລົງ ທາງດ້ານເສດຖະກິດ 13 ສະບັບດ້ວຍກັນ.
ລັດຖະມົນຕີກະຊວງຖະແຫຼງຂ່າວຂອງປາກິສຖານທ່ານ
Qamar Zaman Kaira ກ່າວວ່າ ຈີນໄດ້ຕົກລົງທີ່ຈະ
ໃຫ້ການຊ່ອຍເຫຼືອປາກິສຖານ 229 ລ້ານໂດລາເພື່ອບູ
ລະນະສ້າງສາເຂດປະສົບໄພນໍ້າຖ້ວມໃນບໍລິເວນສ່ວນໃຫຍ່ຂອງປະເທດແລະໃຫ້ເງິນກູ້ຢືມ
ອີກ 400 ລ້ານໂດລາ.

ທ່ານ Kaira ກ່າວວ່າ ຮວມທັງໝົດແລ້ວ ຈີນຈະໃຫ້ການສະໜັບສະໜຸນຕໍ່ 36 ໂຄງການ
ຊຶ່ງມີມູນຄ່າປະມານ 14 ພັນລ້ານໂດລາ.

ໃນຂະນະທີ່ທ່ານ Wen ໄດ້ຖືເອົາເລື່ອງການຄ້າ ເປັນຈຸດເພັ່ງເລັງກໍຈິງ ແຕ່ການຢ້ຽມຢາມ
ຂອງທ່ານຍັງໄດ້ເຮັດໃຫ້ຄວາມສຳພັນທີ່ເຂັ້ມແຂງຢູ່ແລ້ວ ລະຫວ່າງຈີນແລະປາກິສຖານນັ້ນ
ມີຄວາມແໜ້ນແຟ້ນຂຶ້ນຕື່ມ.

XS
SM
MD
LG