ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນຍ ຈີນຢ້ຽມຢາມປາກິສຖານ


ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao (ກາງ) ພວມກວດແຖວທະຫານກອງກຽດຕິຍົດ ໃນພິທີຕ້ອນຮັບ ຢ່າງເປັນທາງການ ທີ່ນະຄອນຫຼວງອິສລາມາບັດ (17 ທັນວາ 2010)
ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao (ກາງ) ພວມກວດແຖວທະຫານກອງກຽດຕິຍົດ ໃນພິທີຕ້ອນຮັບ ຢ່າງເປັນທາງການ ທີ່ນະຄອນຫຼວງອິສລາມາບັດ (17 ທັນວາ 2010)

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ພວມຢູ່ໃນ
ລະຫວ່າງການຢ້ຽມຢາມປາກິສຖານໃນວັນສຸກມື້ນີ້ ທີ່ແນ
ໃສ່ເພື່ອເສີມຂະຫຍາຍການຄ້າແລະເນັ້ນໃຫ້ເຫັນເຖິງການ
ມີຄວາມສຳພັນອັນໃກ້ຊິດ ຂອງຈີນກັບປາກິສຖານ.

ຈີນ ແລະປາກິສຖານ ມີແຜນການທີ່ຈະລົງນາມໃນຂໍ້ຕົກ
ລົງທຸລະກິດໃນມູນຄ່າ 20 ພັນລ້ານໂດລາໃນລະຫວ່າງ
ການຢ້ຽມຢາມ ເປັນເວລາ 3 ມື້ຂອງທ່ານ Wen. ນອກ
ນັ້ນແລ້ວ ທ່ານຍັງຈະໄດ້ພົບປະກັບນາຍົກລັດຖະມົນຕີປາ
ກິສຖານ ທ່ານ Yousuf Raza Gilani.

ຈີນມີຄວາມສຳພັນທີ່ດີກັບປາກິສຖານ ແລະເປັນທີ່ຄາດກັນວ່າ ທ່ານ Wen ຈະໄດ້ຮັບການ
ຕ້ອນຮັບຢ່າງອົບອຸ່ນ ທີ່ນະຄອນຫຼວງອິສລາມາບັດ.

ໃນໄລຍະສອງສາມມື້ຜ່ານມານີ້ນາຍົກລັດຖະມົນຕີຈີນໄດ້ທຳການຢ້ຽມຢາມປະເທດອິນເດຍ ເພື່ອພະຍາຍາມຂະຫຍາຍການຄ້າ ແລະຫຼຸດຜ່ອນຄວາມເຄັ່ງຕຶງທາງດ້ານການເມືອງທີ່ມີມາ
ເປັນເວລາຫຼາຍໆປີ ລະຫວ່າງປະເທດເສດຖະກິດຍັກໃຫຍ່ທັງສອງ.

XS
SM
MD
LG