ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ພວກເດັກນ້ອຍປາກິສຖານ ກັບຄືນໄປໂຮງຮຽນໄດ້ ຫຼັງຈາກ ການສັງຫານໝູ່ ໂດຍພວກທາລີບານ


ພວກນັກຮຽນປາກິສຖານກັບຄືນໄປໂຮງຮຽນ ຂອງພວກເຂົາເຈົ້າ ໃກ້ໆກັບໂຮງຮຽນລັດບໍລິຫານໂດຍກອງທັບ ທີ່ເປັນເປົ້າໝາຍຂອງພວກຫົວຮຸນແຮງ Taliban ທີ່ເມືອງ Peshawar ປະເທດປາກິສຖານ ເມື່ອວັນຈັນ ທີ 12 ມັງກອນ 2015.

ໂຮງຮຽນ​ຕ່າງໆ ທົ່ວ​ປາ​ກິ​ສຖານ ​ໄດ້​ເປີດ​ຄືນອີກ​ເທື່ອ​ໜຶ່ງ ​
ໃນ​ວັນ​ຈັນ​ມື້​ນີ້ ​ເກືອບ​ໜຶ່ງ​ເດືອນ ຫຼັງຈາກ​ທີ່​ພວກ​ຫົວ​ຮຸນ​ແຮງ
Taliban ​ໄດ້​ບຸກໂຈມ​ຕີ ​ແລະ ສັງຫານ​ໝູ່ ​ເດັກນ້ອຍນັກຮຽນ
134 ຄົນ ​ແລະ ພະນັກງານ 16 ຄົນ ຢູ່​ທີ່ໂຮງຮຽນ ​ໃນ​ເມືອງ
Peshawar.

ຜູ້​ບັນຊາ​ການ​ທະຫານ​ປາ​ກິ​ສຖານ ນາຍພົນ​ Raheel Sharif ​
ໄດ້​ຕ້ອນຮັບ​ບັນດາ​ພວກ​ນັກຮຽນ​ ທີ່​ກັບ​ຄືນ​ມາ​ ​ໂຮງຮຽນລັດ​ທີ່
​ບໍລິຫານ​ໂດຍ​ກອງທັບ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ສະຖານ​ທີ່​ຂອງ
ການ​ສັງຫານ​ໝູ່ ​ເມື່ອວັນ​ທີ 16 ທັນວາ ຜ່ານ​ມາ.

​ບັນດາເຈົ້າໜ້າ​ທີ່ປາ​ກິ​ສຖານ ​ໄດ້​ອອກ​ຄຳ​ສັງ​ໃຫ້​ໂຮງຮຽນ​ທົ່ວປະ​ເທດ ​ເພີ້​ມການ​ຮັກສາ​
ຄວາມ​ປອດ​ໄພ​ຂອງ​ຕົນ. ໂຮງຮຽນລັດ​ທີ່​ບໍລິຫານ​ໂດຍ​ກອງທັບ ​ໄດ້ກໍ່ສ້າງກຳ​ແພງ​ໃຫ້​ສູງ​
ຂຶ້ນກວ່າ​ເກົ່າ ​ແລະ ​ລ້ອມ​ດ້ວຍໜາມໝາກ​ຈັບ ​ແລະ ຕິດຕັ້ງກ້ອງ​ວົງ​ຈອນ​ປິດ ອອມ
​ສະຖານ​ທີ່​ ເພື່ອ​ຢັບຢັ້ງການ​ໂຈມ​ຕີ​ໃນ​ອະນາຄົດ.

ບັນດາ​ເຈົ້າໜ້າ​ທີ່ ບໍ່​ອະນຸຍາດ​ໃຫ້​ໂຮງຮຽນ​ບາງ​ແຫ່ງ ​ເປີດ​ຄືນ ​ເພາະວ່າ ບໍ່​ມີ​ມາດຕາ​ການ​
ປ້ອງ​ກັນ​ຄວາມ​ປອດ​ໄພຕ່າງໆ ​ທີ່​ພຽງພໍ.

ນັບ​ຕັ້ງ​ແຕ່ Peshawar ຖືກ​ໂຈມ​ຕີ ປາ​ກິ​ສຖານ ​ເສີມ​ຂະຫຍາຍກຳລັງ ການ​ບຸກ​ໂຈມ​ຕີ​
ຕໍ່ຕ້ານ​ພວກ Taliban ດ້ວຍມາດຕາ​ການຕ່າງໆຊຸດ​ໃໝ່ ໃນດ້ານ​ການ​ປົກຄອງ ​ແລະ
ດ້ານກົດໝາຍ ທີ່​ລວມທັງ ການ​ນຳ​ເອົາ​ໂທດ​ປະຫານ​ຊີວິດ​ຄືນ​ມາ​ໃຊ້ ​ແລະ ກົດໝາຍ​ໃໝ່
ທີ່​ອະນຸຍາດ​ໃຫ້​ສ້າງຕັ້ງ ສານ​ທະຫານ​ຕ່າງໆ ທີ່​ຈະ​ດຳ​ເນີນຄະດີ​ຕໍ່​ພວກ​ສົງໄສວ່າ ​ເປັນ​ຜູ້
​ກໍ່​ການ​ຮ້າຍ ​ໄດ້ຢ່າງ​ວ່ອງ​ໄວ.

PAKISTAN SCHOOL VIDEO
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG