ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ປະຕິເສດ ຕໍ່ຄຳຕ້ອງຕິ ຂອງ ປ. ທຣຳ ໂດຍກ່າວວ່າ ຕົນບໍ່ຮັບ 'ຄວາມລົ້ມແຫຼວ ໂດຍລວມ'

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ຊາຫິດ ຄານ ອັບບາຊີ (Shahid Khan Abbasi), ຜູ້ທີສາມຈາກຂວາ, ກ່າວໃນລະຫວ່າງ ກອງປະຊຸມ ຢູ່ທີ່ທຳນຽບ ນາຍົກລັດຖະມົນຕີ, ເມື່ອວັນອັງຄານ ທີ 24 ຕຸລາ 2017, ໃນນະຄອນຫຼວງ ອິສລາມາບັດ ຂອງ ປາກິສຖານ.

ປາກິສຖານ ໄດ້ຕ້ອງຕິ ແລະ ໃຫ້ຂໍ້ສັງເກດດ້ວຍ “ຄວາມເສຍໃຈຢ່າງເລິກເຊິ່ງ” ກ່ຽວ
ກັບ ຂໍ້ກ່າວຫາຕ່າງໆ ໃນຂໍ້ຄວາມປີໃໝ່ ທີ່ຂຽນລົງໃນທວິດເຕີ ໂດຍປະທາ ນາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ແລະ ໄດ້ກ່າວວ່າ ອິສລາມມາບັດ ບໍ່ສາມາດຮັບເອົາ
ຄວາມຮັບຜິດຊອບ ໃນ “ຄວາມລົ້ມແຫຼວໂດຍລວມ” ຢູ່ໃນອັຟການິສຖານ.

ຂໍ້ຄວາມທີ່ທ່ານທຣຳ ໄດ້ຂຽນລົງທວິດເຕີ ໃນວັນຈັນຜ່ານມານີ້ ກ່າວວ່າ ສະຫະລັດ ບໍ່
ໄດ້ຮັບ “ຫຍັງເລີຍ ມີແຕ່ຄຳຕົວະ ແລະການຫລອກລວງ” ໃນການຕອບແທນ ສຳລັບ “ຄວາມໂງ່ຈ້າ” ທີ່ໃຫ້ເງິນຊ່ວຍເຫຼືອແກ່ປາກິສຖານຫຼາຍກວ່າ 33 ຕື້ໂດລາ ຕະຫຼອດ
ໄລຍະ 15 ປີຜ່ານມາ ເພື່ອຕໍ່ສູ້ຕ້ານກຸ່ມກໍ່ການຮ້າຍ.

ທ່ານທຣຳໄດ້ສະຫລຸບໃນການສົ່ງທວິດເຕີເທື່ອທຳອິດຂອງປີ 2018 ວ່າ “ພວກເຂົາໃຫ້
ບ່ອນຫລົບລີ້ ແກ່ພວກກໍ່ການຮ້າຍ ທີ່ພວກເຮົາຕາມລ່າ ຢູ່ໃນອັຟການິສຖານ ໂດຍ
ໃຫ້ການຊ່ອຍເຫຼືອ ແຕ່ພຽງໜ້ອຍດຽວ. ບໍ່ມີອີກຕໍ່ໄປແລ້ວ.”

ການຕ້ອງຕິຂອງທ່ານທຣຳ ໄດ້ກໍ່ໃຫ້ເກີດມີການປະນາມຢ່າງແຮງ ແລະປະຕິກິລິຍາ ຈາກ
ບັນດານັກການເມືອງຂອງປາກິສຖານແລະພວກວິພາກວິຈານທັງຫຼາຍ ໃນທັນທີທັນໃດ.
ກະຊວງການຕ່າງປະເທດຂອງປາກິສຖານໄດ້ຮຽກໂຕເອກອັກ ຄະລັດຖະທູດ ສະຫະລັດ
ເຂົ້າພົບ ເພື່ອປະທ້ວງ ແລະຢາກໄດ້ຄຳອະທິບາຍ.

ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ຂອງປາກິສຖານ ທ່ານຄາວາຈາ ມູຮາມມັດ ອາຊິຟ (Khawaja Muhammad Asif) ແປງກາລະວັດ ຂອງທ່ານ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວຮ່ວມ ຢູ່ທີ່ບ້ານພັກ ດຽວຢູໄທ ຂອງລັດ (Diaoyutai State Guesthouse) ໃນນະຄອນຫຼວງປັກກິ່ງ, ວັນທີ 8 ກັນຍາ 2017.

​ລັດຖະບານປາກິສຖານ ໄດ້ອອກຄຳຕອບໂຕ້ຢ່າງເປັນທາງການ ໃນວັນອັງຄານ ວານນີ້
ຫຼັງຈາກທີ່ໄດ້ມີກອງປະຊຸມສຸກເສີນຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ທັງພວກ
ພົນລະເຮືອນ ແລະບັນດາຜູ້ນຳທະຫານລະດັບສູງ ກັບນາຍົກ ລັດຖະມົນຕີ ຊາຫິດ
ຄາການ ອັບບາຊີ ຜູ້ທີ່ເປັນປະທານ.

ໄດ້ມີການອອກຖະແຫລງການ ຫຼັງຈາກກອງປະຊຸມ ທີ່ໄດ້ເນັ້ນຢ້ຳເຖິງການປະກອບສ່ວນ
ທີ່ສຳຄັນຂອງປາກິສຖານ ຕໍ່ການສົ່ງເສີມສັນຕິພາບ ແລະຄວາມໝັ້ນຄົງ ຢູ່ໃນຂົງເຂດ
ແລະ ໃນໂລກ.

ຖະແຫລງການສະບັບນີ້ ໄດ້ກ່າວວ່າ “ປາກິສຖານ ໄດ້ຕໍ່ສູ້ໃນສົງຄາມຕໍ່ຕ້ານກຸ່ມ ກໍ່ການ
ຮ້າຍ ສ່ວນໃຫຍ່ແລ້ວ ດ້ວຍແຫລ່ງທຶນຂອງຕົນເອງ ແລະ ສົ່ງຜົນກະທົບຢ່າງໃຫຍ່ ຕໍ່
ເສດຖະກິດຂອງຕົນ ແລະ ສິ່ງທີ່ສຳຄັນຍິ່ງ ກໍຄືການເສຍສະລະອັນໃຫຍ່ຫຼວງ ທີ່
ປາກິສຖານ ໄດ້ກະທຳໄປ ນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG