ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງປາກິສຖານ ປ່ອຍນັກຂ່າວອັງກິດ


ພວກຫົວຮຸນແຮງປາກິສຖານ ປ່ອຍນັກຂ່າວອັງກິດ
ພວກຫົວຮຸນແຮງປາກິສຖານ ປ່ອຍນັກຂ່າວອັງກິດ

ນັກຂ່າວອັງກິດຄົນນຶ່ງ ທີ່ຖືກຈັບໂຕໄປໂດຍພວກຫົວຮຸນ
ແຮງ ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ ໃນ ເດືອນມີນາຜ່ານມາ ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະແລ້ວ.

ອົງການຂ້າຫຼວງໃຫຍ່ຂອງອັງກິດທີ່ນະຄອນອິສລາມາບັດ
ໃຫ້ການຢືນຢັນໃນ ວັນພະຫັດມື້ນີ້ວ່າ ນາຍ Asad
Qureshi ໄດ້ຖືກປ່ອຍໂຕແລ້ວ ແຕ່ບໍ່ໄດ້ໃຫ້ລາຍລະອຽດ
ຫຍັງຫຼາຍໄປກວ່ານີ້.

ນາຍ Qureshi ນັກສ້າງຮູບເງົາສາລະຄະດີເຊື້ອສາຍປາ
ກິສຖານໄດ້ຖືກລັກພາໂຕໄປພ້ອມກັບເຈົ້າໜ້າທີ່ສືບລັບ
ປາກິສຖານ 2 ຄົນຂະນະທີ່ພວມເດີນທາງ ຢູ່ໃນເຂດຊົນ
ເຜົ່າໃກ້ໆຊາຍແດນອັຟການິສຖານ.

ເຈົ້າໜ້າທີ່ສືບລັບຄົນນຶ່ງ ຄືທ່ານ Khalid Khawaja ໄດ້ຖືກຂ້າຕາຍ. ສ່ວນຊະຕາກຳຂອງເຈົ້າໜ້າທີ່ໆຖືກຈັບ ອີກຄົນນຶ່ງຄືທ່ານ Sultan Amir Tarar ແມ່ນຍັງບໍ່ທັນເປັນທີ່ຮູ້ຈັກເທື່ອ.

ກຸ່ມຫົວຮຸນແຮງເສືອເອເຊຍຊຶ່ງບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດນັ້ນໄດ້ອ້າງເອົາຄວາມ
ຮັບຜິດຊອບໃນການລັກພາໂຕຄັ້ງນີ້. ກຸ່ມດັ່ງກ່າວໄດ້ສົ່ງວີດີໂອ ທວງໃຫ້ປາກິສຖານປ່ອຍ ພວກມຸສລິມຫົວຮຸນແຮງຢ່າງນ້ອຍ 160 ຄົນເພື່ອເປັນການແລກປ່ຽນກັບອິດສະຫຼະພາບ ຂອງນາຍ Qureshi.

XS
SM
MD
LG