ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ຢູ່ ປາກິສຖານ ສັງຫານ 15 ຄົນ (ສະໄລດ໌)


ແຜນທີ່ເມືອງ Peshawar ໃນປາກິສຖານ.
ແຜນທີ່ເມືອງ Peshawar ໃນປາກິສຖານ.
ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ຄົນ​ນຶ່ງ​ ໄດ້​ໂຈມ​ຕີວັດ​ສາສະໜາ​ອິສ
ລາມ​ນິກາຍຊີ​ໄອ​ທ໌ ແລະບ່ອນ​ຝຶກອົບ​ຮົມ​ຂອງ​ກຸ່ມສາສະໜາດັ່ງ
ກ່າວ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງປາ​ກິ​ສຖານ ​ໂດຍ​ໄດ້
ສັງຫານ​ຢ່າງ​ໜ້ອຍ 15 ຄົນ ​ແລະເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບຫລາຍ
10 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ຜູ້​ໂຈມ​ຕີ ກ່ອນ​ອື່ນ​ໄດ້​ຍິງ​ພວກຍາມຢູ່​ທີ່​ຕຶກ ​ໃນ​ເມືອງ Peshawar ​ແລະ​ໄດ້​ບີບຄະ​ນວນ​ລະ​ເບີດ​ຂອງ​ລາວ​ໃຫ້​ແຕກ​ຂຶ້ນທ່າມ ກາງພວກ​ເຫຼື້ອມ​ໃສ​ໃນ​ສາສະໜາທີ່​ພາກັນໄປ​ເຕົ້າ​ໂຮມ​ພາ​ວັນນາ​ໃນ​ສຸກ​ມື້​ນີ້.

ຍັງ​ບໍ່​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນ​ທີກ່ຽວ​ກັບ​ການ​ໂຈມ​ຕີຄັ້ງນີ້ ​ແຕ່​ກຸ່ມຫົວ​ຮຸນ​ແຮງອິສລາມ​ນິກາຍຊຸນ​ນີ່ ຜູ້​ທີ່​ເຫັນ​ວ່າ ຊາວ Shi’ites ​ເປັນພວກ ນອກ​ສາສະໜາ​ນັ້ນ ໄດ້ເພີ້ມທະວີ​ການ​ໂຈມ​ຕີ​ຕໍ່ຊາວ Shi’ites ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້.

ກຸ່ມຫົວ​ຮຸນ​ແຮງຊຸນ​ນີ່ Lashkar-e-Jhangvi ​ໄດ້​ອ້າງເອົາ​ຄວາມ​ຮັບຜິດຊອບ​ໃນ ການ​ໂຈມຕີນອງ​ເລືອດ ທີ່​ມີ​ມາ​ເປັນ​ລຳດັບ​ຕໍ່ຊາວ Shi’ites ຢູ່​ເມືອງ Quetta ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກິ​ສຖານ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດຢ່າງ​ໜ້ອຍ 25 ຄົນ ​ໃນ​ຕົ້ນ​ເດືອນ​ນີ້.

XS
SM
MD
LG