ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢ່າງໜ້ອຍ 9 ຄົນ ​ເສຍ​ຊີວິດ​ ​ໃນເຫດລະ​ເບີດ​ລົດ ຢູ່ປາ​ກິ​ສຖານ


​ຕໍາຫລວດປາ​ກິ​ສຖານ ກວດເບິ່ງສະຖານທີ່ເກີດເຫດລະເບີດ ທີ່ເມືອງ Quetta ໃນວັນທີ 23 ມິຖຸນາ 2017.
​ຕໍາຫລວດປາ​ກິ​ສຖານ ກວດເບິ່ງສະຖານທີ່ເກີດເຫດລະເບີດ ທີ່ເມືອງ Quetta ໃນວັນທີ 23 ມິຖຸນາ 2017.

ເຫດລະ​ເບີດ​ລົດຂະໜາດ​ແຮງ​ ແຕກ​ຂຶ້ນຢູ່​ໃນ​ເມືອງ Quetta ຂອງ​ປາ​ກິ​ສຖານ​ໄດ້​ເຮັດ​
ໃຫ້​ຢ່າງໜ້ອຍ 9 ຄົນ​ເສຍ​ຊີວິດ​ ​ແລະອີກ​ເກືອ​ບຮອດ 20 ຄົນ​ໄດ້​ຮັບ​ບາດ​ເຈັບ​.

​ຕໍາຫລວດ​ທ້ອງ​ຖິ່ນ​ເວົ້າວ່າ ລະ​ເບີດທີ່​ຫ້າງ​ໄວ້ໃນ​ລົດ​ທີ່​ຈອດ​ຢູ່​ໃກ້​ຫ້ອງການ​ຂອງ​ຜູ້​ບັນຊາ
​ການ ຕໍາຫລວດປະຈຳ​ແຂວງ​ ​ໄດ້ຖືກ​ບີບ​ຄະ​ນວນ​ໃຫ້​ແຕກ​ຂຶ້ນ​ ໂດຍ​ເຄື່ອງ​ບັງຄັບ​ຈາກ​ໄລ
ຍະ​ໄກ ຫລືລີໂມ​ດ​ ​ໃນ​ຕອນ​ເຊົ້າວັນສຸກ​ມື້ນີ້.

​ອີງ​ຕາມ​ແຫ​ລ່ງຂ່າວ​ສືບ​ລັບ ສະມາຊິກ​ຂອງ​ກອງທັບ​ສີ່​ຄົນ ກໍ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ
​ຢູ່​ໃນ​ການ​ໂຈມ​ຕີ​ດັ່ງກ່າວ​.

​ເມືອງ Quetta ​ແມ່ນ​ເມືອງ​ຫລວງ​ຂອງແຂວງ Balochistan ທີ່​ປະ​ເຊີນ​ກັບການ​ກໍ່ກະ
ບົດ​ຂອງ​ພວກ​ແບ່ງ​ແຍກ​ດິນ​ແດນ​ມາ​ໄດ້​ຫລາຍ​ປີ​ແລ້ວ. ໃນ​ຮອບ​ສອງ​ສາມ​ປີຜ່ານມາ​ນີ້
ສະມາຊິກ​ຂອງ​ປະຊາຊົນ​ຊາວຊີ​ໄອ ຢູ່​ໃນ​ທ້ອງ​ຖິ່ນ​ກໍ​ຖືກ​ໂຈມ​ຕີ​ເຊັ່ນ​ກັນ.

​ແຂວງ​ດັ່ງກ່າວ​ ຍັງ​ເປັນ​ທີ່​ຕັ້ງຂອງ​ທ່າ​ເຮືອ Gwadar ຊຶ່ງ​ເປັນ​ທ່າ​ເຮືອ​ນໍ້າ​ເລິກຢູ່​ໃຈກາງ
​ຂອງ​ສາຍ​ທາງ​ເສດຖະກິດ​ລະຫວ່າງຈີນ-ປາ​ກິ​ສຖານ ​ແລະ​ເປັນ​ເຄືອ​ຂ່າຍ​ຂອງ​ໂຄງການ
ພື້ນຖານ​ໂຄງ​ລ່າ​ງ ​ແລະພະລັງງານ ທີ່​ເປັນ​ສ່ວນນຶ່ງ​ຂອງ​ໂຄງການ​ລິ​ເລີ້ມ ນຶ່ງແລວ​ທາງ
-ນຶ່ງ​ເສັ້ນທາງ ​ໃນ​ຂອບ​ເຂດ​ທີ່​ກວ້າງ​ໃຫຍ່​ກວ່າ ​ຂອງ​ຈີນນັ້ນ. ​

ການ​ຮັກສາຄວາມ​ສະຫງົບຢູ່​ໃນ​ແຂວງ​ດັ່ງກ່າວ​ຖື​ວ່າ ມີ​ຄວາມຈໍາ​ເປັນຢ່າງ​ຍິ່ງ​ ຕໍ່ຜົນ​ສໍາ
​ເລັດ​ຂອງ​ໂຄງການ​ຕ່າງໆ​ເຫລົ່ານີ້. ປາ​ກິ​ສຖານ​ໄດ້​ເພີ່ມກຳລັງທະຫານ​ເປັນ​ 15 ພັນ​ຄົນ
​ເພື່ອ​ປ້ອງ​ກັນ​ສາຍ​ທາງເສດຖະກິດດັ່ງກ່າວ ​ແລະ​ໂຄງການ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ສາຍ​
ທາງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG