ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢ່າງໜ້ອຍ 5 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ຢູ່ປາກິສຖານ (ສະໄລດ໌)


ເຈົ້າໜ້າທີ່ຮັກສາຄວາມສະຫງົບຜູ້ນຶ່ງ ຍ່າງລາດຕະເວນຢູ່ຕໍ່ໜ້າຮ້ານຂາຍເຄື່ອງແຫ່ງນຶ່ງ ທີ່ຖືກທໍາລາຍ ໂດຍລະເບີດທີ່ຖືຈຸດຄະນວນໃຫ້ແຕກຂຶ້ນດ້ວຍການໃຊ້ remote control ໃນວັນອາທິດ ວັນທີ 25 ພະຈິກນີ້ ຢູ່ໃກ້ພິທີແຫ່ຂອງຊາວມຸສລິມນິກາຍ Shi'ite ຢູ່ທີ່ເມືອງ
Dera Ismail Khan ຢູ່ເຂດຕາເວັນຕົກສຽງເໜືອຂອງປາກີສຖານ
ເຈົ້າໜ້າທີ່ຮັກສາຄວາມສະຫງົບຜູ້ນຶ່ງ ຍ່າງລາດຕະເວນຢູ່ຕໍ່ໜ້າຮ້ານຂາຍເຄື່ອງແຫ່ງນຶ່ງ ທີ່ຖືກທໍາລາຍ ໂດຍລະເບີດທີ່ຖືຈຸດຄະນວນໃຫ້ແຕກຂຶ້ນດ້ວຍການໃຊ້ remote control ໃນວັນອາທິດ ວັນທີ 25 ພະຈິກນີ້ ຢູ່ໃກ້ພິທີແຫ່ຂອງຊາວມຸສລິມນິກາຍ Shi'ite ຢູ່ທີ່ເມືອງ Dera Ismail Khan ຢູ່ເຂດຕາເວັນຕົກສຽງເໜືອຂອງປາກີສຖານ
ບັນດາເຈົ້າໜ້າທີ່ຢູ່ເຂດພາກຕາເວັນຕົກສຽງເໜືອຂອງປາກີສ
ຖານກ່າວວ່າ ເຫດລະເບີດແຕກ ຢູ່ໃກ້ພິທີແຫ່ຂອງຊາວມຸສລິມ
ນິກາຍ Shi'ite ໄດ້ສັງ ຫານຊີວິດຢ່າງໜ້ອຍ 5 ຄົນ.

ພວກເຈົ້າໜ້າທີ່ດັ່ງກ່າວຍັງເວົ້າອີກວ່າ ປະມານ 70 ຄົນໄດ້ຮັບ
ບາດເຈັບ ຢູ່ໃນເຫດລະເບີດແຕກ ໃນວັນອາທິດມື້ນີ້ ຢູ່ທີ່ເມືອງ
Dera Ismail Khan ບ່ອນທີ່ເຫດລະເບີດແຕກໃນວັນເສົາ
ວານນີ້ ກໍໄດ້ແນເປົ້າໃສ່ຊາວມຸສລິມນິກາຍ Shi'ite ເຊັ່ນກັນ
ຊຶ່ງໃນນັ້ນໄດ້ເຮັດໃຫ້ 7 ຄົນເສຍຊີວິດ ໂຮມທັງເດັກນ້ອຍ 3 ຄົນ.

ຕໍາຫລວດເວົ້າວ່າ ລະເບີດທີ່ແຕກໃນວັນອາທິດມື້ນີ້ ແມ່ນຖືກ
ຫ້າງໄວ້ຢູ່ໃນ ຮ້ານຂາຍເຄື່ອງແຫ່ງນຶ່ງ.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີຄັ້ງຫລ້າສຸດດັ່ງກ່າວ ນີ້ເທື່ອ.

ເຫດລະເບີດແຕກຫລາຍໆງວດໄດ້ເກີດຂຶ້ນໃນຂະນະທີ່ຊາວມຸສລິມສະເຫຼີມສະຫຼອງ
ເດືອນສັກສິດ Muharram ຊຶ່ງເປັນເດືອນທໍາອິດໃນປະຕິທິນຂອງສາສະໜາອິສລາມ.

ຜ່ານມາຊາວມຸສລິມນິກາຍຊຸນນີຫົວຮຸນແຮງ ເຄີຍແນເປົ້າໝາຍໃສ່ພວກ Shi’ite ໃນໄລ ຍະການສະເຫຼີມສະຫຼອງເດືອນສັກສິດ Muharram ດັ່ງກ່າວ.

ບັນດາເຈົ້າໜ້າທີ່ ໄດ້ເພີ້ມການຮັກສາຄວາມປອດໄພ ໃຫ້ເຄັ່ງຄັດຂຶ້ນກວ່າເກົ່າຢູ່ທົ່ວປະ ເທດ ເພື່ອປ້ອງກັນບໍ່ໃຫ້ມີການໂຈມຕີທີ່ອາດເກີດຂຶ້ນຕໍ່ການໂຮມຊຸມນຸມຂອງຊາວ Shi'ite ໃນໄລຍະສະເຫຼີມສະຫຼອງເດືອນສັກສິດ Muharram. ທາງການປາກີສຖານ ໄດ້ ງົດການບໍລິການໂທລະສັບມືຖື ໄວ້ຊົ່ວຄາວຢູ່ໃນຫລາຍຫົວເມືອງໃຫຍ່ໆ ເພື່ອປ້ອງກັນບໍ່ ໃຫ້ເກີດເຫດລະເບີດ ເພາະຄົນມັກໃຊ້ໂທລະສັບມືຖື ເປັນຕົວກະຕຸກໃຫ້ລະເບີດແຕກ.

ສະໄລດ໌ສະພາບຫລັງການໂຈມຕີດ້ວຍລະເບີດ
ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ
:

XS
SM
MD
LG