ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ໃກ້ເຂດຊົນເຜົ່າ ປາກິສຖານ (ສະໄລດ໌)

ຊາຍປາກິສຖານຊາວມຸສລິມນິກາຍ Shi'ite ຄົນນຶ່ງ ໄດ້ຮັບບາດເຈັບ ຍ້ອນລະເບີດທີ່ຫ້າງໃສ່ແຄມທາງແຕກຂຶ້ນ ໃນຂະນະທີ່ມີຂະບວນແຫ່ພິທີຂອງຊາວມຸສລິມນິກາຍ Shi'ite, ກໍາລັງຮັບການປິ່ນປົວຢູ່ໂຮງໝໍ ແຫ່ງນຶ່ງ ໃນເມືອງ Dera Ismail Khan ທາງພາກຕາເວັນຕົກສຽງເໜືອຂອງ ປາກິສຖານ ໃນວັນທີ 24 ພະຈິກ 2012.

ທາງການປາກີສຖານກ່າວວ່າ ເຫດລະເບີດແຕກ ຢູ່ໃກ້ພິທີແຫ່
ຂອງຊາວມຸສລິມນິກາຍ Shi'ite ຊຶ່ງເປັນສາສະໜາກຸ່ມນ້ອຍນັ້ນ
ໄດ້ສັງຫານຊີວິດ 7 ຄົນ ຊຶ່ງລວມມີເດັກນ້ອຍຢ່າງໜ້ອຍ 3 ຄົນ
ແລະເຮັດໃຫ້ອີກຫລາຍ 10 ຄົນໄດ້ຮັບບາດເຈັບ.

ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນໃນວັນ
ເສົາມື້ນີ້ທີ່ ເມືອງ Dera Ismail Khan ຊຶ່ງຕັ້ງຢູ່ໃກ້ໆກັບເຂດຊົນ
ເຜົ່າ Waziristan ໃຕ້.

ທາງການປາກີສຖານ ໄດ້ງົດການບໍລິການໂທລະສັບມືຖືໄວ້ຊົ່ວ
ຄາວຢູ່ໃນ ເມືອງໃຫຍ່ໆ ເພື່ອປ້ອງກັນບໍ່ໃຫ້ເກີດເຫດລະເບີດ
ເພາະຄົນມັກໃຊ້ໂທລະສັບມືຖື ເປັນຕົວກະຕຸກໃຫ້ລະເບີດແຕກ.

ບັນດາເຈົ້າໜ້າທີ່ ໄດ້ເພີ້ມການຮັກສາຄວາມປອດໄພ ໃຫ້ເຄັ່ງຄັດຂຶ້ນກວ່າເກົ່າຢູ່ທົ່ວປະ ເທດ ຖ້າມກາງລາຍງານຂອງໜ່ວຍສືບລັບທີ່ແຈ້ງໃຫ້ຊາບວ່າ ອາດມີການໂຈມຕີເກີດຂຶ້ນ ຕໍ່ການໂຮມຊຸມນຸມຂອງຊາວ Shi'ite ເພື່ອສະເຫຼີມສະຫຼອງເດືອນສັກສິດ Muharram.

ຜ່ານມາຊາວມຸສລິມນິກາຍຊຸນນີຫົວຮຸນແຮງ ເຄີຍແນເປົ້າໝາຍໃສ່ພວກ Shi’ite ໃນໄລ ຍະການສະເຫຼີມສະຫຼອງເດືອນສັກສິດ Muharram ໂດຍສະເພາະແມ່ນການສະເຫຼີມ ສະຫຼອງວັນ Ashura ຊຶ່ງເປັນວັນລະນຶກເຖິງການເສຍຊີວິດຂອງ Imam Hussein ຜູ້ ເປັນຫຼານຊາຍຂອງພະສາສະດາມູຮໍາມັດ. ການສະເຫຼີມສະຫຼອງວັນ Ashura ແມ່ນຕົກ ຖືກວັນອາທິດມື້ອື່ນ ສໍາລັບປີນີ້.

ສະໄລດ໌ ປະມວນພາບການໂຈມຕີດ້ວຍລະເບີດຕໍ່ຊາວ​ມຸສລິ​ມນິກາຍ Shi'ite
XS
SM
MD
LG