ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ນັກວາງ​ລະ​ເບີດສະ​ຫລະ​ຊີບ ສັງ​ຫານ 8 ຄົນ ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງປາ​ກິສຖານ ຢູ່​ທີ່​ການ​ໂຮມ​ຊຸມ​ນຸມ


ພວກອາສາສະໝັກຊາວປາກິສຖານ ພາກັນເອົາຜູ້ໄດ້ຮັບເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດວາງລະເບີດສະຫລະຊີບ ຢູ່ໃນເມືອງຄູ​ເອັດ​ຕາ ຂອງປາກິສຖານ, ​ວັນ​ທີ 17 ກຸມ​ພາ 2020.
ພວກອາສາສະໝັກຊາວປາກິສຖານ ພາກັນເອົາຜູ້ໄດ້ຮັບເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດວາງລະເບີດສະຫລະຊີບ ຢູ່ໃນເມືອງຄູ​ເອັດ​ຕາ ຂອງປາກິສຖານ, ​ວັນ​ທີ 17 ກຸມ​ພາ 2020.

ເຫດ​ວາງ​ລະ​ເບີດ​ແບບສະ​ຫລະ​ຊີບ​ໃນ​ວັນ​ຈັນ​ວານນີ້ ໄດ້​ແຫກ​ຜ່າ​ຝູງ​ຄົນກຸ່ມ​ນຶ່ງ ຢູ່​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປາ​ກິ​ສ​ຖານ ຊຶ່ງ​ເຮັດ​ໃຫ້ 8 ຄົນ ​ເສຍ​ຊີ​ວິດ ແລະ ຢ່າງ​ໜ້ອຍ​ອີກ 20 ຄົນ​ໄດ້ຮັບບາດ​ເຈັບ.

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນ​ທີ​ທັນ​ໃດຕໍ່​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຢູ່​ໃນ​ນະ​ຄອນແຄວ​ຕ​ຕາ (Quetta), ເມືອງ​ເອກ​ຂອງ​ແຂວງບາ​ລູ​ຈິ​ສ​ຕັນ (Baluchistan) ນີ້​ເທື່ອ.

ທ່ານ ອັ​ບດູ​ລ ຣາ​ຊັກ ຊີ​ມາ (Abdul Razaq Cheema), ຜູ້​ບັນ​ຊາ​ການ​ຕຳ​ຫລວດກ່າວ​ຕໍ່​ພ​ວກ​ນັກຂ່າວ​ວ່າ ຄົນ​ວາງ​ລະ​ເບີດ​ໄດ້​ຈຸດ​ຄະ​ນວນ​ລະ​ເບີດທີ່​ມັດ​ໃສ່​ຕົນໂຕ​ຂອງລາວຂຶ້ນ ​ເມື່ອ​ຄົນ​ຍາມ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ເຂົ້າ​ໄປ​ສະ​ກັດລາວ​ໄວ້ ແລະ​ພະ​ຍາ​ຍາ​ມ​ທີ່​ຈະ​ຫ້າມ​ລາວບໍ່​ໃຫ້​ເຂົ້າ​ໄປ​ໃນ​ການ​ໂຮມ​ຊຸມ​ນຸມ​ຂອງ​ນັກ​ເຄື່ອນ​ໄຫວ​ຊາວອິ​ສ​ລາມນັ້ນ.

ທ່ານຊີ​ມາ ກ່າວ​ເພີ້ມ​ອີກວ່າ ມີ​ພະ​ນັກ​ງານ​ຮັກ​ສາ​ຄວາມ​ສະ​ຫງົບຢ່າງ​ໜ້ອຍ​ 3 ຄົນ ນອນ​ຢູ່​ໃນ​ຈຳ​ນວນຄົນ​ທີ່​ເສຍ​ຊີວິດນັ້ນ.

ແຂວງ​ອັນກ້​ວາງ​ໃຫຍ່ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ຍາກ​ແຕ່​ກໍອຸ​ດົມ​ສົມ​ບູນ​ໄປ​ດ້​ວຍ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ​ປາ​ກິ​ສ​ຖານ​ແຫ່ງນັ້ນ ໄດ້​ປະ​ສົບ​ກັບການກໍ່​ກະ​ບົດຂອງ​ພວກ​ແບ່ງ​ແຍກ​ດິນ​ແດນ​ໃນ​ລະ​ດັບ​ຕ່ຳ​ຂອງກຸ່ມ​ບາ​ລັອກ​ຄ໌ (Baloch) ໃນ​ຂະ​ນະ​ທີ່ ພວກນັກ​ລົບທີ່​ມີ​ການ​ເຊື່ອມ​ໂຍງ​ກັບພວກ​ກຸ່ມກໍ່​ການ​ຮ້າຍ​ທີ່ບໍ່​ມີ​ປະ​ເທດ ຊຶ່ງ​ລວມ​ທັງ ກຸ່ມ​ລັດ​ອິ​ສາມ ກໍ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຫ້າວ​ຫັນຢູ່ໃນ​ທີ່ນັ້ນ.

ເຫດ​ລະ​ເບີດ​ໃນ​ວັນ​ຈັນ​ວານນີ້ ມີ​ຂຶ້ນ​ໃນ​ນຶ່ງມື້​ພາຍ​ຫລັງ​ທີ່​ລັດ​ຖະ​ມົນຕີກະ​ຊວງ​ພາຍ​ໃນ​ຂອງ​ປາ​ກິ​ສ​ຖານ, ທ່ານ ອີ​ຊາ​ສ ຊາ (Ijaz Shah) ໄດ້​ຢືນ​ຢັນ​ລາຍ​ງານຂ່າວ​ສານ ​ທີ່​ມີ​ການ​ເຜີຍ​ແຜ່ຢ່າງກວ້າງ​ຂວາງວ່າ ຜູ້​ນຳ​ທີ່ມີ​ຊື່​ສຽ​ງຄົນ​ນຶ່ງ ຂອງ​ພວກນັກ​ລົບດັ່ງ​ກ່າວ​ໄດ້ໂຕ​ໜີ​ອອກ​ຈາກ​ການ​ກັກ​ຂັງ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ລັດເມື່ອມໍ່ໆ​ມານີ້.

ການຢັ້ງ​ຢືນນັ້ນ ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ ພາຍ​ຫລັງ​ທີ່​ທ້າວ ເອ​ຊາ​ນູ​ລ​ລາ ເອ​ຊານ (Ehsanullah Ehsan), ອະ​ດີດ​ໂຄ​ສົກ​ປະ​ຈຳ​ກຸ່ມ​ກະ​ບົດ​ຕາ​ລີ​ບານ​ຂອງ​ປາ​ກິ​ສ​ຖານ, ທີ່​ເມື່ອ​ກ່ອນ​ເອີ້ນ​ວ່າເທ​ຣີກ-ເອ-ຕາ​ລີ​ບານ​ປາ​ກິ​ສ​ຖານ (Tehreek-e-Taliban Pakistan ຫລື TTP ນັ້ນ ໄດ້​ນຳ​ເອົາຂໍ້​ຄວາມ​ຢູ່​ວີ​ດິ​ໂອ​ທີ່​ກ່າວ​ອ້າງວ່າ ຕົນ​ໄດ້​ໂຕນ​ໜີ​ອອກ​ຈາກ​ການ​ກັກ​ຂັງ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ລັດນັ້ນ ອອກ​ມາ​ເຜີຍ​ແຜ່​ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ.

ທ່ານຊາ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັດ​ກ່ຽ​ວ​ກັບ​ການ​ໂຕ​ໜີ ຂອງທ້າວເອ​ຊານວ່າ “ຂ່າວນັ້ນ​ເປັນ​ຄວາມ​ຈິງ. ມັນ​ເປັນ​ຄວາມ​ຈິງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອ​ງ​ລັດ​ຖະ​ບານ ແລະ​ກອງ​ທັບຈົນ​ຮອດ​ເວ​ລານີ້ ກໍບໍ່​ໄດ້​ປະ​ຕິ​ເສດ ແລະ​ກໍ​ບໍ່​ໄດ້​ໃຫ້​ການ​ຢື​ນ​ຢັນ​ເຊັ່ນ​ກັນ ​ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ແບບ​ປິດ​ສະ​ໜາ​ຂອງ​ທ້າວ​ເອ​ຊານ. ຢູ່​ໃນ​ຂໍ້​ຄວາມ​ຂອງ​ລາວນັ້ນ ທ້າວ​ເອ​ຊານ ອ້າງວ່າ ລາວ​ໄດ້​ສະ​ໝັກ​ໃຈ​ຍອມ​ຈຳ​ນົນ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ໃນ 3 ປີ​ກ່ອນ​ໜ້ານີ້ ຢູ່​ພາຍ​ໃຕ້​ຂໍ້​ຕົກ​ລົງ​ອັນ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG