ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກ ໃນປາກິສຖານ ສັງຫານ ທະຫານ 1 ຄົນ


ແຜນທີ່ ປະເທດປາກິສຖານ
ແຜນທີ່ ປະເທດປາກິສຖານ

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ປາ​ກິ​ສຖານ
ກ່າວ​ວ່າ ລະ​ເບີດ​ທີ່​ວາງ​ໃສ່​ລົດຈັກ​ຄັນ​ນຶ່ງ ​ໄດ້​ສັງຫານຢ່າງ​ນ້ອຍ
ທະຫານ​ຄົນ​ນຶ່ງ​ ​ແລະ ​ເຮັດ​ໃຫ້ອີກ​ຄົນ​ນຶ່ງ​ໄດ້​ຮັບບາດ​ເຈັບ.

ເຈົ້າໜ້າ​ທີ່ກ່າວ​ອີກ​ວ່າ ລະ​ເບີດ​ດັ່ງກ່າວ ແມ່ນບີບຄະນວນ ໃຫ້
ແຕກຂຶ້ນ ຈາກໄລຍະໄກ ໃນ​ຂະນະ​ທີ່ລົດ​ ຂອງ​ກຳລັງ​ຮັກສາ​
ຄວາມ​ປອດ​ໄພ ​ໄດ້​ຜ່ານ​ກາຍ​ໄປ.

​ເຈົ້າໜ້າ​ທີ່ກ່ຽວຂ້ອງ​ກ່າວ​ວ່າ ຍັງບໍ່​ມີ​ຜູ້​ໃດ ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ ໃນການໂຈມຕີດ້ວຍລະ​ເບີດ ໃນ​ວັນ​ສຸກ​ມື້​ນີ້ ທີ່ຄຸ້ມ
Mithra ຢູ່​ທາງ​ນອກ​ເມືອງ​ຂອງ Peshawar ຊຶ່ງ​ເປັນເມືອງເອກ ຂອງ​ແຂວງ Khyber Pakhtunkhwa.

​ເມືອງ Peshawar ​ແມ່ນ​ຕັ້ງຢູ່ໃກ້ກັບ​ເຂດ​ຊົນ​ເຜົ່າ ເຄິ່ງປົກຄອງ​ ຂອງ​ປາ​ກິ​ສຖານ.

ການ​ໂຈມ​ຕີ ມີ​ຂຶ້ນ ​ໃນ​ຂະນະ​ທີ່ ກອງທັບ​ປາ​ກິ​ສຖານ ສືບ​ຕໍ່ບຸກໂຈມຕີ​ເປົ້າໝາຍ ຂອງ​ພວກ
​ຕາ​ລີ​ບານ ​ແລະພວກ​ຫົວຮຸນ​ແຮງ​ຕ່າງ​ຊາດ ຢູ່​ໃນ​ເຂດຊົນເຜົ່າ​ຕ່າງໆ​ຂອງ​ປາກິສຖານນັ້ນ.

ພວກ​ຕາ​ລີ​ບານ​ໃນປາ​ກິ​ສຖານ ​ໄດ້​ໂຈມຕີດ້ວຍ​ລະ​ເບີດຫຼາຍໆ​ບັ້ນ ​ໃນ​ເມືອງ Peshawar
ທີ່​ມີ​ເປົ້າ​ໝາຍແນ​ໃສ່ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະພວກພົນລະເຮືອນ​.

XS
SM
MD
LG