ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດນໍ້າມັນຂອງເນໂຕ້ ຖືກໂຈມຕີຢູ່ປາກິສຖານ


ເດັກນ້ອຍປາກິສຖານພວມພາກັນເບິ່ງລົດແກ່ນໍ້າມັນຂອງອົງການເນໂຕ້ທີ່ຖືກພວກຫົວຮຸນແຮງໂຈມຕີໃນເຂດເມືອງ Landi Kotal ໃກ້ໆຊາຍແດນອັຟການິສຖານ (21 ພຶດສະພາ 2011)
ເດັກນ້ອຍປາກິສຖານພວມພາກັນເບິ່ງລົດແກ່ນໍ້າມັນຂອງອົງການເນໂຕ້ທີ່ຖືກພວກຫົວຮຸນແຮງໂຈມຕີໃນເຂດເມືອງ Landi Kotal ໃກ້ໆຊາຍແດນອັຟການິສຖານ (21 ພຶດສະພາ 2011)

ເຈົ້າໜ້າທີ່ກ່າວວ່າ ມີຢ່າງນ້ອຍ 15 ຄົນເສຍຊີວິດໃນເຂດ
ຊົນເຜົ່າ Khyber ຂອງປາກິສຖານ ຍ້ອນໄຟໄໝ້ລົດບັນ
ທຸກນໍ້າມັນ ຫຼັງຈາກລົດລຳລຽງເຊື້ອໄຟໄປໃຫ້ກຳລັງເນໂຕ້
ໃນອັຟການິສຖານຄັນດັ່ງກ່າວໄດ້ຖືກລະເບີດ.

ເຈົ້າໜ້າທີ່ກ່າວວ່າ ພວກຊາວບ້ານ ພວມພາກັນໄປໂຕ່ງ
ເອົານໍ້າມັນ ທີ່ຮົ່ວໄຫຼອອກມາຈາກລົດລຳລຽງເຊື້ອໄຟ ທີ່
ຖືກລະເບີດ ເວລາໄຟເລີ່ມລຸກໄໝ້ຂຶ້ນ ແລະເຮັດໃຫ້ພວກ
ເຂົາເຈົ້າເສຍຊີວິດໃນຕອນເຊົ້າຂອງວັນເສົາມື້ນີ້.

ກ່ອນໜ້ານີ້ ຢູ່ໃນເຂດດຽວກັນ ກໍມີລົດບັນທຸກລຳລຽງສຳ
ພາລະຂອງອົງການເນໂຕ້ ຢ່າງນ້ອຍ 14 ຄັນ ກໍໄດ້ຖືກ
ເຜົາໄໝ້ ເວລາລົດບັນທຸກຄັນນຶ່ງ ຂອງຈຳນວນດັ່ງກ່າວ
ໄດ້ຖືກລະເບີດ. ເຈົ້າໜ້າທີ່ເວົ້າວ່າ ບໍ່ມີຜູ້ໃດໄດ້ຮັບການ
ເຈັບໃນການໂຈມຕີ ທີ່ວ່ານີ້.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້ເທື່ອແຕ່ຜ່ານມາກຸ່ມ
ທາລີບານເປັນຜູ້ອ້າງເອົາຄວາມຮັບຜິດຊອບກ່ຽວກັບການໂຈມຕີໃນທຳນອງນີ້. ສຳພາລະ ແລະອຸບປະກອນສ່ວນໃຫຍ່ທີ່ກຳລັງທະຫານຕ່າງປະເທດໃນອັຟການິສຖານຕ້ອງການນັ້ນ ແມ່ນໄດ້ລຳລຽງຜ່ານປາກິສຖານ.

ນອກນັ້ນແລ້ວໃນມື້ວານນີ້ ກຸ່ມທາລີບານຍັງໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ
ດ້ວຍລະເບີດຕໍ່ຂະບວນລົດຂອງກົງສຸນສະຫະລັດທີ່ເມືອງ Peshawar ທີ່ເຮັດໃຫ້ມີຜູ້ເສຍ
ຊີວິດຄົນນຶ່ງແລະບາດເຈັບອີກ 11 ຄົນນັ້ນ.

ມີການສັງເກດເຫັນວ່າໄດ້ມີການກໍ່ຄວາມຮຸນແຮງເພີ່ມຂຶ້ນໃນປາກິສຖານນັບແຕ່ກຳລັງພິເສດ ຂອງສະຫະລັດໄດ້ສັງຫານນາຍ Osama bin-Laden ທີ່ບ້ານພັກຂອງຜູ້ກ່ຽວ ບໍ່ໄກປານ
ໃດຈາກນະຄອນຫຼວງອິສລາມາບັດໃນຕົ້ນເດືອນນີ້.

XS
SM
MD
LG