ຕຳຫຼວດປາກິສຖານກ່າວວ່າ ຜູ້ໂຈມຕີສະຫຼະຊີບຄົນນຶ່ງໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ
ໃນພາກຕາເວັນຕົກສຽງເໜືອຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ແລະໄດ້
ຮັບບາດເຈັບອີກປະມານ 16 ຄົນ.
ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ຢູ່ນອກບ້ານພັກ Mullah
Nabi ຜູ້ບັນຊາການກຸ່ມຫົວຮຸນແຮງທີ່ເມືອງ Spin Tal ໃກ້ໆຊາຍແດນອັຟການິສຖານ.
Mullah Nabi ເປັນຄູ່ແຂ່ງ ກັບຜູ້ບັນຊາການທີ່ສຳຄັນອີກຄົນນຶ່ງ ທີ່ເປັນພັນທະມິດກັບກຸ່ມ
ທາລີບານໃນປາກິສຖານ.