ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ ເຫດລະເບີດ ທີ່ເກີດຂຶ້ນ
ໃນລົດໂດຍສານຄັນນຶ່ງ ໄດ້ສັງຫານຢ່າງນ້ອຍ 18 ຄົນ ຮວມທັງແມ່ ຍິງ 6 ຄົນ.
ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວຍັງມີຜູ້ໄດ້ຮັບບາດເຈັບອີກປະມານ 35 ຄົນໃນການໂຈມ
ຕີທີ່ເມືອງ Peshawar ໃກ້ໆເຂດຊົນເຜົ່າ ຊຶ່ງເປັນເຂດ ເຄິ່ງປົກຄອງຕົນເອງ ຂອງປາກິສ
ຖານ ທີ່ຕັ້ງຢູ່ຕິດຊາຍແດນອັຟການິສຖານນັ້ນ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້ເທື່ອ ແຕ່ກຸ່ມຕາລີ
ບານໃນປາກິສຖານ ເຄີຍທຳການໂຈມຕີດ້ວຍລະເບີດທີ່ຄ້າຍຄືກັນນີ້ຫຼາຍຮ້ອຍຄັ້ງໃນທົ່ວ
ປະເທດມາແລ້ວ.
ກຸ່ມຕາລີບານປາກິສຖານ ກຸ່ມຕາລີບານຈາກອັຟການິສຖານ ກຸ່ມກໍ່ການຮ້າຍອາລກາ
ອີດາ ແລະກຸ່ມຫົວຮຸນແຮງອື່ນໆທີ່ເປັນເຄືອຂ່າຍ ໄດ້ພາກັນຕັ້ງຄ້າຍຢູ່ໃນເຂດຊົນເຜົ່າ
ຂອງປາກິສຖານ ແລະສວຍໂອກາດໃຊ້ເຂດຊາຍແດນທີ່ບໍ່ມີການຄວບຄຸມຢ່າງເຄັ່ງຄັດ
ທຳການໂຈມຕີຕໍ່ກຳລັງເນໂຕ້ແລະກຳລັງອັຟການິສຖານ ຢູ່ໃນອັຟການິສຖານ.