ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຫດລະເບີດ ໃນປາກິສຖານ


ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ເຫດລະເບີດແຕກ 2 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50 ຄົນ ແລະໄດ້ຮັບບາດ ເຈັບ ອີກເກືອບ 100 ຄົນ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ ໃກ້ໆຊາຍແດນ ອັຟການິສຖານ.

ຕຳຫຼວດ ກ່າວໃນວັນສຸກ ມື້ນີ້ວ່າ ຜູ້ໂຈມຕີ ສະລະຊີບ ຄົນນຶ່ງ ທີ່ຂີ່ລົດຈັກ ໄດ້ບີບຄະນວນລະເບີດ ໃຫ້ແຕກຂຶ້ນ ຢູ່ນອກໂຮງການ ລັດຖະບານ ທີ່ບ້ານ YAKAGHUND ໃນເຂດຊົນເຜົ່າ MOHMAND. ເຈົ້າໜ້າສົງໄສວ່າ ເຫດລະເບີດ ຄັ້ງທີ 2 ແມ່ນເປັນລະເບີດລົດ.

ເຫດລະເບີດ ໃນຕອນເຊົ້າມື້ນີ້ ເຮັດໃຫ້ອາຄານ ຫຼາຍໆຫຼັງພັງລົງ ແລະເກີດຂຶ້ນ ຂະນະທີ່ ພວກເຈົ້າໜ້າທີ່ ໃນບໍລິເວນໃກ້ຄຽງ ພວມແຈກຢາຍ ລໍ້ຍູ້ຄົນພິການ ແລະການຊ່ອຍເຫຼືອ ອື່ນໆ ທີ່ມີຄວາມຈຳເປັນ.

MOHMAND ເປັນພາກສ່ວນນຶ່ງ ຂອງເຂດຊົນເຜົ່າ ທີ່ບ້ານເມືອງ ບໍ່ມີຂື່ມີແປ ຂອງປາກິສ ຖານ ບ່ອນທີ່ເຊື່ອກັນວ່າ ພວກຫົວຮຸນແຮງ ທາລີບານ ແລະກຸ່ມກໍ່ການຮ້າຍ ອາລກາຍດາ ພວມພາກັນຫຼົບລີ້.

ກອງທັບປາກິສຖານ ໄດ້ທຳການ ປະຕິບັດງານ ກວດລ້າງ ຢູ່ໃນເຂດ MOHMAND ມາ ແລ້ວ ແຕ່ກໍບໍ່ສາມາດ ກຳຈັດ ພວກຫົວຮຸນແຮງ ໃຫ້ໝົດສິ້ນໄປໄດ້.

XS
SM
MD
LG