ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລົດ​ບັນທຸກ​ສານ​ເຄມີລະ​ເບີ​ດໃນ Pakistan


ເຈົ້າ​ຫນ້າ​ທີ່​ Parkistan ກ່າວ​ວ່າ​ ມີ 18 ຄົນ​ເສຍ​ຊີວິດ ​
ແລະ​ອີ​ກ 40 ຄົນ​ໄດ້​ຮັບບາດ​ເຈັບ​ໃນ​ວັນ​ຈັນ​ມື້​ນີ້ ເວລາ
ລົດ​ບັນທຸກ​ສານ​ເຄມີຄັນ​ນຶ່ງ ລະ​ເບີ​ດຂຶ້​ນ ​ໃນ​ເມືອງ Hyde-
rabad ທາງພາກ​ໃຕ້​ຂອງ​ປະ​ເທດ.

ທາງ​ການ​ກ່າວ​ວ່າ​ ເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ນັ້ນ​ຫນ້າ​ຈະ​ເປັນ
ອຸບັດຕິ​ເຫດ​ຫຼາຍກວ່າ ຊຶ່ງ​ອາດ​ຈະ​ເກີດ​ຈາກ​ສານ​ເຄມີ​
ທີ່​ບັນ​ຈຸມາໃນ​ຖັງ​ລົດ​ບັນທຸກ​. ພວກ​ເຂົາ​ເຈົ້າ​ບໍ່​ເຊື່ອວ່າ​ ເຫດການ​ຄັ້ງນີ້​ເກີດ​ຂຶ້​ນຈາກ
ການກໍ່​ການ​ຮ້າຍ.

ທາງ​ການ​ກ່າວ​ວ່າ ລົດ​ບັນທຸກ​ແມ່ນ​ໄດ້​ຈອດ​ໄວ້​ ທີ່​ສະຖານີຈອດ​ລົດ.

XS
SM
MD
LG