ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຫດລະເບີດສັງຫານ ຢ່າງນ້ອຍ 5 ຄົນ ທີ່ປາກິສຖານ


ຕໍາຫລວດປາກິສຖານກໍາລັງສໍາຫລວດເບິ່ງ ແລະດຶງສົບອອກຈາກ ບ່ອນລະເບີດແຕກຂຶ້ນ ໃນ Pak Pattan ວັນທີ 25 ຕຸລາ 2010
ຕໍາຫລວດປາກິສຖານກໍາລັງສໍາຫລວດເບິ່ງ ແລະດຶງສົບອອກຈາກ ບ່ອນລະເບີດແຕກຂຶ້ນ ໃນ Pak Pattan ວັນທີ 25 ຕຸລາ 2010

ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ທີ່​ແຕກ​ຂຶ້ນ​ທີ່
ປູຊະນີຍະສະ​ຖານ Sufi ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 5
ຄົນ​ແລະ​ໄດ້​ຮັບບາດ​ເຈັບ​ຕື່ມ​ອີກ​ຢ່າງ​ນ້ອຍ 12 ຄົນ​ ໃນ​ພາກ ​ຕາ​ເວັນ​ອອກ​ຂອງ​ປະເທດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຊາຍ 2 ຄົນ​ໄດ້​ຫ້າງ​ລະ​ເບີດ​ໃສ່​ລົດ​ຈັກ​ຄັນ​ນຶ່ງ​ ແລະ​ເອົາ​ລົດຈັກ​ຄັນ​ນີ້​ໄປ​ຈອດ​ປະ​ໄວ້ຢູ່​ທາງ​ເຂົ້າ​ຫາ​ປູຊະນີຍະສະຖານ​ດັ່ງ​ກ່າວໃນ​ເຂດ Pak Pattan ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ທີ່​ແຕກ​ຂຶ້ນ​ໃນເຊົ້າ​ວັນ​ຈັນ​
ມື້​ນີ້ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຮ້ານ​ຄ້າ​ຫລາຍແຫ່ງ ​
ແຕ່ສະຖານ​ທີ່​ສັກສິດແຫ່ງ​ນັ້ນ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແຕ່​ຢ່າງ​ໃດ.

ຄົນນຶ່ງ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ ກ່າວ​ກັບ​ອົງການ​ຂ່າວ​ຝຣັ່ງວ່າ ລະ​ເບີດ​ໄດ້​ແຕກຂຶ້ນເປັນ​ລູກ​ໄຟ​ໃຫຍ່ໆ​.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້ເທື່ອ.

XS
SM
MD
LG