ທາງການປະກີສຖານ ກ່າວວ່າ ໄດ້ມີການວາງລະເບີດໂຈມຕີລົດເມຄັນນຶ່ງ ໃນວັນຈັນມື້ນີ້ ຢູ່ໃນແຂວງ Baluchistan ທີ່ວຸ້ນວາຍ ຊຶ່ງໄດ້ສັງຫານ ຜູ້ໂດຍສານ ຢ່າງນ້ອຍ 3 ຄົນ ແລະເຮັດໃຫ້ບາດເຈັບອີກ 30 ຄົນ.
ສື່ທ້ອງຖິ່ນ ລາຍງານວ່າ ລະເບີດລູກນຶ່ງໄດ້ຖືກຫ້າງໄວ້ໃນລົດຈັກ ແລະຈຸດຂະນວນ
ດ້ວຍເຄື່ອງບັງຄັບທາງໄກ.
ແຂວງ Baluchistan ທີ່ອຸດົມຮັງມີດ້ວຍນໍ້າມັນແລະແກ໊ສທໍາມະຊາດນັ້ນ ໄດ້ຕົກຢູ່ພາຍໃຕ້ການກໍ່ກະບົດຂອງພວກຫົວຮຸນແຮງ ທີ່ໄດ້ທໍາການຕໍ່ສູ້ມາເປັນເວລາຫລາຍປີ ເພື່ອແຍກຕົວອອກມາເປັນເອກກະລາດປົກຄອງຕົວເອງ ແລະມີອໍາ ນາດຄວບຄຸມຊັບພະຍາກອນທໍາມະຊາດດັ່ງກ່າວນີ້ ຫລາຍຂຶ້ນ.
ແຂວງດັ່ງກ່າວນີ້ ແມ່ນມີຊາຍແດນຕິດກັບ ອິຣ່ານແລະອັຟການີສຖານ ແລະເປັນທີ່ໝັ້ນຂອງພວກຫົວຕໍ່ສູ້ ທີ່ນິຍົມກຸ່ມຕາລິບັນ.