ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕາຍ 11 ຄົນ ໃນເຫດ ວາງລະເບີດສະຫລະຊີບ ໃນພາກຕາເວັນຕົກສຽງເໜືອ ຂອງປາກີສຖານ


ລົດຄັນນຶ່ງຖືກທໍາລາຍ ຈາກເຫດການລະເບີດສະຫລະຊີບທີ່ພິທີສົ່ງສະການ
ແຫ່ງນຶ່ງ ທາງພາກຕາເວັນຕົກສຽງເໜືອຂອງປາກີສຖານເມື່ອວັນອາທິດ ທີ່
11 ມີນາ ນີ້
ລົດຄັນນຶ່ງຖືກທໍາລາຍ ຈາກເຫດການລະເບີດສະຫລະຊີບທີ່ພິທີສົ່ງສະການ ແຫ່ງນຶ່ງ ທາງພາກຕາເວັນຕົກສຽງເໜືອຂອງປາກີສຖານເມື່ອວັນອາທິດ ທີ່ 11 ມີນາ ນີ້

ຕໍາຫລວດໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ​ກ່າວ​ວ່າ ມື​ລະ​ເບີດ​ສະຫລະ​ຊີບ
ຄົນ​ນຶ່ງ​ໄດ້​ໂຈມ​ຕີ​ພິທີ​ສົ່ງ​ສະການແຫ່ງ​ນຶ່ງ ​ໂດຍ​ໄດ້​ສັງຫານ 11 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ
ອີກ 30 ຄົນ.

ຕໍາຫລວດ​ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ນັກການ​ເມືອງ ນາຍ Khusdil Khan ອາດ​ໄດ້
ເປັນ​ເປົ້າໝາຍ​ຂອງ​ການ​ໂຈມ​ຕີສະຫລະ​ຊີບ​ໃນວັນ​ອາທິດ​ມື້​ນີ້ ​ແຕ່​ຜູ້ກ່ຽວ​ບໍ່​ໄດ້​ຮັບ​ບາດ​ເຈັບ​
ໃດ​ໆ ນາຍ Khan ​ເປັນ​ສະມາຊິກ​ຄົນນຶ່ງ​ຂອງ​ພັກການ​ເມືອງ Awami National Party

ຍັງບໍ່ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນທັນທີນີ້​ເທື່ອ ສໍາລັບການ​ໂຈມ​ຕີດັ່ງກ່າວ ທີ່
ເກີດ​ຂຶ້ນຢູ່ເຂດ​ຊານ​ເມືອງ Peshawar ນັ້ນ.

XS
SM
MD
LG