ລາຍງານຫຼາຍກະແສເວົ້າວ່າ ລະເບີດທີ່ຫ້າງໃສ່ລົດຄັນນຶ່ງ ໄດ້ແຕກຂຶ້ນ ຢູ່ທີ່ສູນອົບພະ ຍົບ Jalozai ໃກ້ເມືອງ Peshawar ຊຶ່ງລະເບີດໄດ້ທໍາລາຍ ລົດຫຼາຍໆຄັນ ແລະເຮັດໃຫ້ເປັນຂຸມຂະໜາດໃຫຍ່ຢູ່ໃກ້ບ່ອນເກີດເຫດ.
ເຫດລະເບີດຄັ້ງນີ້ ມີຂຶ້ນໃນຂະນະທີ່ອົບພະຍົບຫຼາຍຮ້ອຍຄົນ ຢືນຕໍ່ແຖວກັນເພື່ອຮັບການແຈກຢາຍອາຫານ. ສູນດັ່ງກ່າວເປັນບ່ອນຢູ່ອາໄສຂອງ ພວກອົບພະຍົບຈາກເຂດຊົນເຜົ່າ ຕາມຊາຍແດນ ທີ່ພາກົນຫຼົບໜີການສູ້ລົບລະຫວ່າງກອງທັບປາກີສຖານ ແລະກຸ່ມຫົວຮຸນແຮງຕາລິບານ.
ຄວາມປອດໄພໄດ້ຕົກຕໍ່າລົງຢ່າງເຫັນໄດ້ແຈ້ງໃນປາກີສຖານ ນັບຕັ້ງແຕ່ການເລືອກຕັ້ງທົ່ວປະເທດເມື່ອປີ 2008. ການເລືອກຕັ້ງບັ້ນໃໝ່ມີກໍານົດໃສ່ວັນທີ່ 11 ເດືອນພຶດສະ ພາ. ນັບເປັນເທື່ອທໍາອິດທີ່ລັດຖະບານຊຶ່ງໄດ້ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕໄດ້ ບໍລິຫານປະເທດຄົບເຕັມວາລະຫ້າ ປີຂອງຕົນ ໃນປາກີສຖານ ໂດຍບໍ່ໄດ້ຖືກຍຸບ.
(ເບິ່ງວີດີໂອ)