ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດຕະກອນ ຍິງສັງຫານ ຜູ້ປົກຄອງແຄວ້ນ Punjab ໄດ້ຖືກປະຫານຊີວິດ ດ້ວຍການແຂວນຄໍ


ພວກປະທ້ວງພາກັນ ຕັນຖະໜົນ ສາຍໜຶ່ງ ຕໍ່ຕ້ານ ການປະ
ຫານຊີວິດ ທ້າວ Mumtaz Qadri, ຢູ່ໃນເມືອງ Rawalpindi,
ປະເທດປາກິສຖານ, ວັນທີ 29 ກຸມພາ 2016.
ພວກປະທ້ວງພາກັນ ຕັນຖະໜົນ ສາຍໜຶ່ງ ຕໍ່ຕ້ານ ການປະ ຫານຊີວິດ ທ້າວ Mumtaz Qadri, ຢູ່ໃນເມືອງ Rawalpindi, ປະເທດປາກິສຖານ, ວັນທີ 29 ກຸມພາ 2016.

ປາກິສຖານ ໄດ້ປະຫານຊີວິດ ຊາຍຄົນໜຶ່ງ ທີ່ໄດ້ສັງຫານ
ຜູ້ປົກຄອງລັດ ທີ່ມີອິດທິພົນ ທີ່ຄັດຄ້ານ ກົດໝາຍໝິ່ນປະ
ໝາດສາສະໜາ ຂອງປະເທດ.

ນາຍ Mumtaz Qadri ສະມາຊິກຂອງກຳລັງໜ່ວຍພິເສດ
ຂອງຕຳຫຼວດ ຜູ້ທີ່ເປັນພາກສ່ວນໜຶ່ງຂອງທີມອາລັກຂາ
ເຈົ້າຄອງເຂດ Punjab ທ່ານ Salman Taseer ເມື່ອເດືອນ
ມັງກອນ ປີ 2011 ໃນເວລານັ້ນ ນາຍ Qadri ໄດ້ຍິງສັງຫານ
ທ່ານ Taseer ເກືອບ 30 ເທື່ອ ໃນຕອນກາງເວັນ ຢູ່ໃນນະຄອນ
ຫຼວງ ອິສລາມາບັດ.

ຜູ້ສະໜັບສະໜູນ ພັກການເມືອງສາສະໜາ ຄົນໜຶ່ງ ຖືປ້າຍ ຮູບພາບ ຂອງທ້າວ Mumtaz Qadri ຜູ້ຖືກຕັດສິນວ່າຜິດ ໃນຂໍຫາຂ້າຄົນ ໃນລະຫວ່າງ ການເດີນຂະບວນປະທ້ວງ ຕໍ່ຕ້ານຄຳຕັດສິນ ຂອງທ້າວ Qadri ຢູ່ໃນນະຄອນ Karachi ປະເທດປາກິສຖານ, ວັນທີ 9 ມີນາ 2015.
ຜູ້ສະໜັບສະໜູນ ພັກການເມືອງສາສະໜາ ຄົນໜຶ່ງ ຖືປ້າຍ ຮູບພາບ ຂອງທ້າວ Mumtaz Qadri ຜູ້ຖືກຕັດສິນວ່າຜິດ ໃນຂໍຫາຂ້າຄົນ ໃນລະຫວ່າງ ການເດີນຂະບວນປະທ້ວງ ຕໍ່ຕ້ານຄຳຕັດສິນ ຂອງທ້າວ Qadri ຢູ່ໃນນະຄອນ Karachi ປະເທດປາກິສຖານ, ວັນທີ 9 ມີນາ 2015.

​ນາຍ Qadri ຖືກແຂວນຄໍ ຢູ່ໃນຄຸກ Adiala ທີ່ເມືອງ Rawalpindi ເມື່ອຕອນເຊົ້າວັນ
ຈັນມື້ນີ້ ຫຼັງຈາກໄດ້ພົບປະກັບຄອບຄົວຂອງຜູ້ກ່ຽວ ໃນຄືນກ່ອນ.

ໄດ້ເກີດມີການປະທ້ວງເກີດຂຶ້ນ ໃນຫຼາຍເຂດຂອງປະເທດ ລວມທັງ ເມືອງ Rawalpindi
ໃນຂະນະທີ່ຂ່າວການປະຫານຊີວິດ ແຜ່ອອກໄປ. ການຮັກສາຄວາມປອດໄພ ແມ່ນເຄັ່ງ ຄັດທີ່ສຸດ ແລະ ມີກອງຕຳຫຼວດເພີ້ມເຕີມອີກ ແລະ ກຳລັງທະຫານຂອງປະເທດ ໄດ້ຖືກສົ່ງ
ໄປປະຈຳການຢູ່ທີ່ບໍລິເວນ ທີ່ອ່ອນໄຫວຕ່າງໆ. ຖະໜົນທຸກໆສາຍທີ່ເຂົ້າໄປສູ່ ນະຄອນ
ຫຼວງ ອິສລາມາບັດ ໄດ້ຖືກເຝົ້າຍາມຢ່າງໜາແໜ້ນ.

XS
SM
MD
LG