ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ເຈ​ລະ​ຈາ ​ຍຸ​ຕິ​ການ​ປະ​ທ້ວງ ໃນ​ການ​ຕັດ​ສິນ ບໍ່​ມີຄວາມ​ຜິດ ຕໍ່​ຄະ​ດີ ໝິ່ນ​ປະ​ໝາດ ສາ​ສະ​ໜາ ອິ​ສ​ລາມ


ພວກ​ສະ​ໜັບ​ສະ​ໜຸນ ​ອົງ​ການນັກ​ສຶກ​ສາ​ອິ​ລາມ ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້​ວງ ຫຼັງ​ຈາກ​ສານ​ສູງ​ສຸດ ພົບ​ວ່າ ແມ່​ຍິງ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ ບໍ່​ມີ​ຄວາມ​ຜິດ ຖານ​ໝິ່ນ​ປະ​ໝາດ​ສາ​ສະ​ໜາ.
(ວັນ​ທີ 2 ພະ​ຈິກ 2018)
ພວກ​ສະ​ໜັບ​ສະ​ໜຸນ ​ອົງ​ການນັກ​ສຶກ​ສາ​ອິ​ລາມ ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້​ວງ ຫຼັງ​ຈາກ​ສານ​ສູງ​ສຸດ ພົບ​ວ່າ ແມ່​ຍິງ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ ບໍ່​ມີ​ຄວາມ​ຜິດ ຖານ​ໝິ່ນ​ປະ​ໝາດ​ສາ​ສະ​ໜາ. (ວັນ​ທີ 2 ພະ​ຈິກ 2018)

ຄະ​ນະ​ທີມ​ງານ​ຂອງ​ລັດ​ຖະ​ບານ​ປາ​ກິ​ສ​ຖານໄດ້​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ກັບ​ກຸ່ມ​ອິ​ສ​ລາມຫົວ​ຮຸນ​
ແຮງ ​ໃນ​ຕອນ​ແລງວັນ​ສຸກວານນີ້ ໃນ​ອັນ​ທີ່​ປາ​ກົດ​ວ່າ ​ເປັນ​ຄວາມ​ພະ​ຍາ ຍາມເພື່ອ​ຫລຸດ
​ຜ່ອນ​ການປະ​ທ້ວງ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 3 ມື້ກ່ຽວ​ກັບ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ ທີ່
​ພົບ​ເຫັນ​ວ່າ​ແມ່​ຍິງ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ​ ໝິ່ນປະ​ໝາດ ​ພະ​ສາ​ສະ​ດາ​ ທີ່​ສັກ
​ສິດ​ຂອງ​ອິ​ສ​ລາມນັ້ນ ບໍ່​ມີ​ຄວາມ​ຜິດ.

ລັດ​ຖະ​ບານ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ນີ້ ຈະ​ດຳ​ເນີນ​ມາດ​ຕະ​ການ​ທາງ​ກົດ​ໝາຍ ເພື່ອ​ປ້ອງ​ກັນ​ບໍ່​
ໃຫ້​ແມ່​ຍິງ​ຄົນ​ນີ້ ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ໃນ​ຂະ​ນະ​ທີ່​ສານ​ຮັບ​ຟັງ​ຄຳ​ຮ້ອງ​ຮຽນກ່ຽວ​ກັບ
​ການ​ຕັດ​ສິນ​ດັ່ງ​ກ່າວ.

ບັນ​ດາ​ສະ​ມາ​ຊິກ​ ຂອງ​ກຸ່ມ ຕາ​ຣິ​ກ ອີ ແລັບ​ບາ​ອິກ ຢາ ຣາ​ຊູ​ລ ອາ​ລ​ລາ ທີ່​ເອີ້ນຫຍໍ້​ວ່​າ
TLYR ໄດ້​ພາ​ກັນ​ອັດ​ຖະ​ໜົນ​ຫົນ​ທາງ​ຕາມ​ເມືອງ​ຕ່າງໆ ໃນ​ທົ່ວ​ປະ​ເທດແລະ​ປະ​ທະ​
ກັບ​ຕຳ​ຫຼວດ​ເມື່ອ​ຄືນ​ແລ້ວນີ້. ນຶ່ງໃນ​ວີ​ດີ​ໂອທີ່​ຖ່າຍເອົາ​ການ​ປະ​ທະ​ກັນໂດຍ​ໂທ​ລະ​ສັບ
​ມື​ຖື​ນັ້ນ ປາ​ກົດ​ວ່າ ມີ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ໄດ້​ຍິງ​ປືນ​ເຂົ້າ​ໃສ່​ຕຳ​ຫຼວດ.

ການ​ປະ​ທ້ວງ​ເລີ້ມ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ແລ້ວຫຼັງ​ຈາກ​ສານ​ສູງ​ສຸດ​ຂອງ​ປະ​ເທດໄດ້​
ຕັດ​ສິນ​ເຫັນ​ພ້ອມ ໃນ​ການ​ຂໍ​ອຸ​ທອນ ​ຂອງ​ນາງ​ເອ​ເຊຍ ບີ​ບີ ທີ່​ວ່າ ນາງ​ມີ​ຄວາມຜິດນັ້ນ.
ນາງ​ໄດ້​ປະ​ເຊີນ​ກັບ​ໂທດ​ປະ​ຫານ ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາພາຍໃຕ້​ກົດ​ໝາຍ​ໝິ່ນ
​ປະ​ໝາດ​ສາ​ສະ​ໜາ​ຂອງ​ປາ​ກິ​ສ​ຖານ.

ພວກ​ປະ​ທ້ວງ ຈາກ​ກຸ່ມ ຕາ​ຣິ​ກ ອີ ແລັບ​ບາ​ອິກ ຢາ ຣາ​ຊູ​ລ ອາ​ລ​ລາ ທີ່​ເອີ້ນຫຍໍ້​ວ່​າ TLYR ອັດ​ຖະ​ໜົນ​ຫົນ​ທາງ ແລະ​ລົບ​ກວນ ການ​ສັນ​ຈອນ​ໄປ​ມາ
ພວກ​ປະ​ທ້ວງ ຈາກ​ກຸ່ມ ຕາ​ຣິ​ກ ອີ ແລັບ​ບາ​ອິກ ຢາ ຣາ​ຊູ​ລ ອາ​ລ​ລາ ທີ່​ເອີ້ນຫຍໍ້​ວ່​າ TLYR ອັດ​ຖະ​ໜົນ​ຫົນ​ທາງ ແລະ​ລົບ​ກວນ ການ​ສັນ​ຈອນ​ໄປ​ມາ

ອີງ​ຕາມ​ຄຳ​ເວົ້າ​ຂອງ​ນາງ​ບີ​ບີ​ແລ້ວ ນາງໄດ້​ຖືກ​ກ່າວ​ຫາ​ຢ່າງ​ບໍ່​ຖືກ​ຕ້ອງ ຫຼັງ​ຈາກ​ໄດ້​ຜິດ
​ຖຽງ​ຢ່າງ​ແຮງ ກັບ​ພວກ​ແມ່​ຍິງ​ຈຸ​ນຶ່ງ ທີ່ໄດ້​ປະ​ຕິ​ເສດ ບໍ່​ຍອມ​ດື່ມ​ນ້ຳ​ທີ່​ນາງ​ໄປ​ຕັກ​ມາ​ໃຫ້
​ເຂົາ​ເຈົ້າ ຍ້ອນ​ນາງ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ.

ພວກ​ນັບ​ຖື​ສາ​ສະ​ໜາ​ກຸ່ມ​ອື່ນໆ ກໍ​ໄດ້​ພາ​ກັນ​ໂຮມ​ຊຸມ​ນຸມ​ປະ​ທ້ວງ ໃນ​ວັນ​ສຸກວານນີ້
ແຕ່​ເປັນ​ການ​ປະ​ທ້ວງ​ແບບ​ສະ​ຫງົບ.

ລັດ​ຖະ​ບານ​ໄດ້​ຫ້າມ​ບໍ່​ໃຫ້​ໂທ​ລະ​ພາບ​ອອກ​ຂ່າວ​ກ່ຽວ​ກັບ​ການ​ປະ​ທ້ວງ ທີ່​ພົວ​ພັນກັບ
​ບັນ​ຫານີ້ແລະ​ໂຈະ​ການ​ບໍ​ລິ​ການ​ໂທ​ລະ​ສັບ​ມື​ຖືຢູ່​ໃນ​ຫຼາຍໆ​ເມືອງຕະ​ຫຼອດວັນ ເພື່ອ​
ຄວບ​ຄຸມ​ຄວາມຮຸນ​ແຮງ​ຂອງ​ພວກ​ປະທ້ວງ.

ໂຮງ​ຮຽນ​ໃນ​ທົ່ວ​ປະ​ເທດ​ໄດ້​ພາ​ກັນ​ປິດ ແລະ​ພວກ​ຄົນ​ງານ​ຈຳ​ນວນ​ນຶ່ງ​ບໍ່​ໄດ້​ພາ​ກັນ​
ໄປ​ເຮັດ​ວຽກ. ການ​ຈະ​ລາ​ຈອນ​ແມ່ນ​ບໍ່​ແອ​ອັດ ​ແຕ່​ກໍ​ທຳ​ນາຍ​ບໍ່​ໄດ້ ຍ້ອນ​ມີການ​ປິດ​
ຫົນ​ທາງໂດຍສະມາ​ຊິກ​ຂອງ​ກຸ່ມ TLYR ​ຫລື​ບໍ່ ກໍ​ໂດຍ​ຕຳ​ຫຼວດ ຢູ່ໃນ​ບາງ​ເຂດ.

Protests, News Ban, Increase Tension in Pakistan
please wait

No media source currently available

0:00 0:02:02 0:00

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG