ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາກີສຖານບໍ່ໄດ້ມີສ່ວນ ໃນການປະຕິບັດງານ ສັງຫານນາຍບິນລາເດັນ


ປະທານາທິບໍດີ Asif Ali Zardari ແຫ່ງປາກີສຖານກ່າວຕໍ່ນັກຂ່າວ.
ປະທານາທິບໍດີ Asif Ali Zardari ແຫ່ງປາກີສຖານກ່າວຕໍ່ນັກຂ່າວ.

ທາງ​ດ້ານປາ​ກີ​ສຖານນັ້ນ ປະທານາທິບໍດີ Asif Ali Zardari ກ່າວ​ວ່າ ການສັງຫານ​ນາຍ​ໂອຊາ​ມາ​ ບິນ​ລາ​ເດັນ ຜູ້​ນໍາ​ເຄືອ​ຂ່າຍ al-Qaida ບໍ່​ໄດ້ເປັນ​ການ​ປະຕິບັດ​ງານ​ຮ່ວມ​ກັນ​ກັບປະ​ເທດ​ຂອງ​ທ່ານ ​ແຕ່​ທ່ານ​ກໍ ກ່າວ​ເນ້ນວ່າ ການ​ຮ່ວມ​ມື​ກັນ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ກັບ​ສະຫະລັດ​ໄດ້​ກໍາຈັດ “ໄພ​ຂົ່ມຂູ່ອັນ​ນຶ່ງ​ຕໍ່​ໂລກ​ທີ່ສີວິ​ໄລ” ​ໃຫ້​ໝົດ​ໄປ​ແລ້ວ.
ໃນ​ບົດຄວາມ​ເຫັນ​ຕອນ​ນຶ່ງທີ່ລົງ​ພິມ​ໃນ​ໜັງສືພິມ Washington Post ນັ້ນ ທ່ານ Zardari ​ໄດ້​ເວົ້າເຖິງ​ເລື້ອງ​ການ​ຕໍາ​ໜິຕິຕຽນ​ທີ່​ສະ​ເໜີແນະ​ວ່າ ປາ​ກີ​ສຖານ​ບໍ່​ໄດ້​ຕາມ​ລ່າພວກ​ກໍ່​ການ​ຮ້າຍ​ຢ່າງ​ແຂງ​ຂັນ​ນັ້ນ ​ແລະ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ບາງທີ​ອາດເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ຫລາຍ​ທີ່​ສຸດ​ຈາກ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

ທ່ານ Zardari ກ່າວ​ວ່າ ປາ​ກີ​ສຖານ​ມີ​ຄວາມ​ພໍ​ອົກ​ພໍ​ໃຈ​ນໍາ​ການ​ໄດ້​ຊ່ອຍຊີ້​ໂຕ​ຜູ້​ສົ່ງ​ເອກ​ກະສາ​ນຂອງ al-Qaida ທີ່ບັນດາ​ເຈົ້າ​ໜ້າ​ທີ່​ສະ ຫະລັດກ່າວ​ວ່າ ​ໄດ້​ຊ່ອຍ​ນໍາພາ​ພວກ​ເຂົາ​ເຈົ້າ​ໄປ​ຫາ​ນາຍ​ບິນ​ລາ​ເດັນ ນັ້ນ.

ທ່ານ Zardari ກ່າວ​ເຊ່ນ​ກັນ​ວ່າ ຫລັງ​ຈາກ​ການ​ເສຍ​ຊີວິດ​ຂອງ​ນາຍ ບິນ​ລາ​ເດັນ​ແລ້ວ ສົງຄາມ​ຕໍ່ຕ້ານ​ພວກ​ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກຜູ້​ຄົນ​ທີ່ບໍ່​ມີ​ຄວາມ​ຜິດ​ຫຍັງ​ນັ້ນ ກໍຍັງ​ບໍ່​ທັນ​ໄດ້​ຊະນະ​ເທື່ອ ​ແຕ່​ການ​ເລີ້ມ​ຕົ້ນ​ຂອງ​ຈຸດ​ອະວະສານ ​ແມ່ນ​ກໍາລັງ​ຈະ​ເຫັນ.

ທີ່​ປາ​ກີ​ສຖານ ບ່ອນ​ທີ່ພວກ​ກໍາລັງ​ຂອງ​ສະຫະລັດພົບ​ເຫັນ​ແລະ​ສັງຫານຜູ້​ກໍ່ການ​ຮ້າຍ​ທີ່ີ​ໂລກ​ຕ້ອງການ​ໂຕ​ເປັນ​ທີ່​ສຸດ​ນັ້ນ ຂ່າວ​ກ່ຽວ​ກັບ​ເລື້ອງ​ນີ້ ໄດ້​ເຮັດໃຫ້​ພວກ​ຊາວ​ປາ​ກີ​ສຖານ​ຫລາຍ​ຄົນ​ຕື່ນ​ຕົກ​ໃຈ​ ແລະ​ລັດຖະບານກໍໄດ້​ຊັກຊ້າ​ໃນ​ການອອກ​ຄວາມ​ຄິດ​ຄວາມ​ເຫັນ​.

XS
SM
MD
LG