ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາກີສຖານຕົກຕະລຶງ ກັບຂ່າວການເສຍຊວິດ ຂອງນາຍບິນລາເດັນ


ຊາວປາກິສຖານໃນນະຄອນ Karachi ພາກັນຊື້ໜັງສືພິມ ອ່ານຂ່າວການຕາຍຂອງບິນ ລາເດັນ, ວັນທີ 2 ພຶດສະພາ 2011
ຊາວປາກິສຖານໃນນະຄອນ Karachi ພາກັນຊື້ໜັງສືພິມ ອ່ານຂ່າວການຕາຍຂອງບິນ ລາເດັນ, ວັນທີ 2 ພຶດສະພາ 2011

ປະຊາຊົນ​ປາ​ກິ​ສຖານນອນ​ຕື່ນ​ຂຶ້ນ​ມາ​ ເຊົ້າ​ວັນ​ຈັນ​ມື້​ນີ້ ​
ພ້ອມ​ກັບໄດ້​ຍິນຂ່າວ​ ນາຍ Osama bin Laden ຜູ້​ນໍາ​
ເຄືອ​ຂ່າຍ al-Qaida​ ໄດ້ຖືກ​ຂ້າ​ຕາຍ​ໃນ​ການ​ຍິງ​ຕໍ່ສູ້​ກັນ​
ກັບ​ກໍາລັງ​ຂອງ​ສະຫະລັດ​ໃນເຂດ​ເມືອງ Abbottabad ​ທາງກໍ້າ​ເໜືອ​ຂອງ​ນະຄອນຫລວງອີສລາມາບັດ.

ໂທລະພາບຊ່ອງ Express 24/7 ພາກ​ພາສາ​ອັງກິດ​ຂອງ​ປາ​ກີ​ສຖານ​ ກ່າວ​ວ່າ ພັນ​ລະ​ຍາ 2 ຄົນ​ແລະ​ລູກ​ເຕົ້າ 6 ຄົນ​ຂອງ​ນາຍ bin Laden ​ໄດ້​ຖືກ​ກໍາລັງ​ຂອງ​ສະຫະລັດ​ຈັບ​ໂຕ​ໄວ້. ສະຖານີ​ດັ່ງກ່າວ​ລາຍ​ງານ​ອີກວ່າ ​ລູກ​ນ້ອງ 4 ຄົນ​ຂອງ​ຜູ້​ນໍາ​ກໍ່ການ​ຮ້າຍ ກໍ​ໄດ້​ຖືກຈັບໂຕ​ໄດ້​ເຊ່ນ​ກັນ. ໂທລະພາບ Express 24/7 ກ່າວ​ວ່າ ຄຸ້ມ​ທີ່​ເກີດ​ການ​ຕໍ່ສູ້​ກັນ​ນັ້ນ​ໄດ້​ຖືກ​ປິດ​ລ້ອມ​ໄວ້​ ແລະ​ໄດ້​ມີ​ການ​ເຕືອນ​ປະຊາຊົນ​ໃນ​ຄຸ້ມ​ໃຫ້​ຢູ່​ໃນ​ບ້ານ​ເຮືອ​ນຂອງ​ເຂົາ​ເຈົ້າ.

ການ​ເສຍ​ຊີວິດ​ຂອງ​ນາຍ Bin Laden ​ແມ່ນ​ມີ​ຂຶ້ນ​ໃນ​ເວລາ​ເກືອບ 10 ປີ ຫລັງຈາກ​ພວກ​ກໍ່​ການ​ຮ້າຍທໍາ​ການ​ໂຈມ​ຕີ​ສະຫະລັດ​ ໃນ​ວັນ​ທີ 11 ​ເດືອນ​ກັນຍາ​ ​ປີ 2001 ນັ້ນ.

XS
SM
MD
LG