ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ຈະສອບຖາມ ພວກເມຍບິນລາເດັນ


马蒂斯1910年《舞蹈》中围成一圈的女子,在霍姆斯荒无人烟的街头废墟翩翩起舞。作者塔马姆·阿扎姆。
马蒂斯1910年《舞蹈》中围成一圈的女子,在霍姆斯荒无人烟的街头废墟翩翩起舞。作者塔马姆·阿扎姆。

ເຈົ້າ​ໜ້າ​ທີ່​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ​ໃນ​ໄວໆ​ນີ້​ປາ​ກີ​ສຖານ​ຈະ​ອະນຸຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ສືບສວນ​ສອບ​ສວນ​ອະ​ເມ​ລີ​ກັນ​ທໍາ​ການ​ສອບ​ຖາມ​ພວກ​ເມຍ 3 ຄົນ​ຂອງ​ນາຍ​ບິນ​ລາ​ເດັນ​ໄດ້ ຊຶ່ງ​ພວກ​ເມຍ​ເຫລົ່າ​ນີ້​ໄດ້​ຢູ່​ນໍາ​ຜູ້​ນໍາ​ເຄືອ​ຂ່າຍ​ອາລກາ​ອິດາ ​ເວລາ​ຜູ້ກ່ຽວ​ຖືກ​ສັງຫານ​ໃນ​ປາ​ກີ​ສຖານ​ໃນ​ສັບປະ​ດາ​ຜ່ານ​ມາ​ນີ້.

ພວກ​ແມ່ຍິງ​ເຫລົ່າ​ນີ້​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ປາ​ກີ​ສຖານ​ມາ​ຕັ້ງ​ແຕ່​ວັນ​ທີ 2 ​ເດືອນ​ນີ້ ​ເວລາ​ພວກ​ໜ່ວຍ​ກ້າ​ຕາຍ​ຂອງ​ສະຫະລັດ​ບຸກ​ເຂົ້າ​ໂຈມ​ຕີໃນ​ບ້ານ​ເຮືອນ​ຂອງ​ພວກ​ຜູ້ກ່ຽວ​ໃນ​ວັນ​ທີ 2 ​ເດືອນ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ການ​ສໍາພາດ ພ້ອມ​ທັງ​ຫລັກ​ຖານ​ທີ່​ຍຶດມາ​ໄດ້ຈາກ​ບ່ອນ​ລີ້​ຊ່ອນ​ຂອງ​ນາຍ​ບິນ​ລາ​ເດັນ​ໃນ​ເມືອງ Abbottabad ສາມາດ​ອໍານວຍ​ລາຍ​ລະອຽດ​ຕ່າງໆ​ທີ່ສໍາຄັນ​ໃຫ້​ໄດ້​ກ່ຽວ​ກັບ​ກຸ່ມ ອາລກາ​ອິດາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວ​ແລະ​ປາ​ກີ​ສຖານ​ບໍ່​ໄດ້​ສະ​ແດງ​ຄວາມ​ເຫັນໃດໆ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຂໍ້​ຕົກລົງ​ກັນໃດໆ​ນັ້ນ.

ບັດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ຍັງ​ກ່າວເຊ່ນ​ກັນ​ໃນ​ວັນ​ຈັນ​ວານ​ນີ້ວ່າ ອົງການສືບ​ລັບ CIA ບໍ່​ມີ
ຄວາມ​ຕັ້ງ​ໃຈ​ທີ່ຈະ​ຍົກຍ້າຍ​ຫົວໜ້າຫ້ອງການ​ສືບ​ລັບ​ທີ່​ປົກ​ປິດ​ໃນ​ກຸງ​ອີສລາມາ​ບັດ ຫລັງ​ຈາກ
ສື່​ມວນ​ຊົນ​ປາ​ກີ​ສຖານ​ລາຍ​ງານ​ໃຫ້​ຮູ້​ໃນ​ສັບປະດາ​ຜ່ານ​ມາ​ໃນອັນ​ທີ່ເຂົາ​ເຈົ້າ​ກ່າວ​ວ່າເປັນ​ຊື່​
ເຈົ້າ​ໜ້າ​ທີ່ສືບ​ລັບ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວວ່າ ຊື່​ນັ້ນ​ບໍ່​ແມ່ນ​ຊື່​ແທ້ ​ແຕ່​ເຂົາ​ເຈົ້າ​ເຊື່ອ​ວ່າມັນ​ເປັນ​ຊື່​ທີ່​ຮົ່ວ
ໄຫລ​ອອກ​ມາ​ໂດຍ​ເຈດ​ຕະນາ​ຫລັງ​ຈາກ​ມີ​ຂໍ້​ຊັກ​ຖາມ​ກ່ຽວ​ກັບ​ວ່າ​ເຮັດ​ແນວ​ໃດ​ນາຍ​ບິ​ນລາເດັນ
ຈຶ່ງ​ອາ​ໄສ​ຢູ່​ໃນ​ປາ​ກີ​ສຖານ​ໄດ້​ມາ​ເປັນ​ເວລາ​ຫລາຍ​ປີ ​ໂດຍ​ພວກ​ກອງທັບ​ຫລື​ອົງການ​ສືບ​ລັບ​
ຂອງ​ປາ​ກີ​ສຖານ​ບໍ່​ຮູ້​ເລີຍນັ້ນ.

XS
SM
MD
LG