ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານຕິຕຽນສະຫະລັດ ໃນການສັງຫານ ບິນລາເດັນ (ເບິ່ງວີດີໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານ ເພີ່ມທະວີການຮັກສາຄວາມປອດໄພ ຫລາຍຂຶ້ນ
ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານ ເພີ່ມທະວີການຮັກສາຄວາມປອດໄພ ຫລາຍຂຶ້ນ

ເມື່ອວັນອັງຄານມື້ວານນີ້ ລັດຖະບານປາກີສຖານໄດ້ຕຳໜິ ຕິຕຽນຢ່າງແຮງຕໍ່ ການບຸກໂຈມຕີຂອງສະຫະລັດ ທີ່ໄດ້ ສັງຫານຜູ້ນໍາກຸ່ມ ອາລ-ຄາອີດາ ນາຍໂອຊາມາ ບິນລາ ເດັນ ພ້ອມກັບໄດ້ຕຸກເຕືອນວ່າ ປະເທດທັງຫລາຍບໍ່ຄວນ ຈະຄິດວ່າ ປາກີສຖານນັ້ນເປັນທາງຜ່ານ ທີ່ຈະໄປມາໄດ້ ຢ່າງເສລີ.

ກະຊວງຕ່າງປະເທດຂອງປາກີສຖານໄດ້ສະແດງຄວາມເປັນ ຫ່ວງ ແລະ ຄວາມບໍ່ແນ່ໃຈຢ່າງເລິກເຊິ່ງ ຕໍ່ວິທີການທີ່ ສະຫະລັດໄດ້ທໍາການປະຕິບັດ ການທາງທະຫານໂດຍ
ປາດສະຈາກການແຈ້ງໃຫ້ລັດຖະບານປາກີສຖານຮູ້ ຫລືໃຫ້
ການອະນຸຍາດລ່ວງໜ້າ.

ກະຊວງຕ່າງປະເທດປາກີສຖານກ່າວຕໍ່ໄປວ່າ ໜ່ວຍສືບລັບ
ຂອງປາກີສຖານ ຫລື ISI ແມ່ນໄດ້ແບ່ງປັນຂໍ້ມູນກ່ຽວກັບ
ເຮືອນຫຼັງດັ່ງກ່າວຢູ່ເມືອງ Abbottabad ທາງພາກເໜືອຂອງ
ປະເທດກັບອົງການສືບລັບຂອງສະຫະລັດ ຫລື ຊີໄອເອ. ກະຊວງຕ່າງປະເທດປາກີສຖານ ກ່າວຕື່ມວ່າ ຊີໄອເອ ແລະບັນດາອົງການສືບລັບເພື່ອນມິດທັງຫລາຍນັ້ນ ຕ່າງກໍໄດ້ຮັບຜົນ ປະ ໂຍດອັນຍິ່ງໃຫຍ່ກັບຂໍ້ມູນລັບທີ່ໄດ້ຈາກໜ່ວຍສືບລັບຂອງປາກີສຖານ ຫລື ISI ນັ້ນ.

ແຕ່ໃນເວລານີ້ລັດຖະບານຂອງປະທານາທິບໍດີ Asif Ali Zardari ກໍາລັງໄດ້ຮັບຄວາມ ກົດດັນເພີ່ມຂຶ້ນ ເພື່ອທີ່ຈະອະທິບາຍໃຫ້ໂລກຮູ້ວ່າ ດ້ວຍ ເຫດໃດ ນາຍໂອຊາມາ ບິນລາ ເດັນ ຜູ້ຊຶ່ງເປັນທີ່ຕ້ອງການຕົວຫລາຍທີ່ສຸດ ຂອງໂລກນັ້ນ ສາມາດຫລົບລີ້ຢູ່ໃນຄະລືຫາດ ຫລັງໃຫຍ່ ຢູ່ທີ່ເມືອງ ແຫ່ງນຶ່ງທີ່ີມີພວກທະຫານປະຈໍາການຢູ່ຈໍານວນຫລວງຫລາຍ ໂຮມທັງມີ ໂຮງຮຽນນາຍຮ້ອຍທະຫານ ແລະກໍຢູ່ໄກ້ໆກັບເມືອງຫລວງຂອງປະເທດ ອີກດ້ວຍ.

ໃນບົດຂຽນບົດນຶ່ງທີ່ລົງພິມໃນໜັງສືພິມ Washington Post ສະບັບ ທີ່ອອກໃນວັນ ອັງຄານວານນີ້ ປະທານາທິບໍດີ Zardari ຂອງປາກີສຖານ ໄດ້ປະຕິເສດຕໍ່ຄໍາກ່າວຫາທີ່ວ່າ ພວກເຈົ້າໜ້າທີ່ປາກີສຖານໄດ້ພິທັກປົກປ້ອງ ນາຍໂອຊາມາ ບິນລາເດັນໄວ້.

XS
SM
MD
LG