ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຫ້າມການອອກອາກາດສົດ ຄຳປາໄສ ຂອງອະດີດນາຍົກ ອິມຣານ ຄານ ພ້ອມທັງຟ້ອງທ່ານໃນຂໍ້ຫາການກໍ່ການຮ້າຍ


ແຟ້ມ-ນາຍົກລັດຖະມົນຕີຂອງປາກິສຖານ ກ່າວປາໄສໃນລະຫວ່າງການສໍາພາດ ກັບອົງການຂ່າວຣອຍເຕີ ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ເມື່ອວັນທີ 4 ມິຖຸນາ 2021.
ແຟ້ມ-ນາຍົກລັດຖະມົນຕີຂອງປາກິສຖານ ກ່າວປາໄສໃນລະຫວ່າງການສໍາພາດ ກັບອົງການຂ່າວຣອຍເຕີ ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ເມື່ອວັນທີ 4 ມິຖຸນາ 2021.

ປາກິສຖານ ໄດ້ສັ່ງຫ້າມການອອກອາກາດສົດ ໃນການກ່າວຄໍາປາໄສຂອງອະ ດີດນາຍົກລັດຖະມົນຕີ ທ່ານອິມຣານ ຄານ, ແລະໄດ້ຟ້ອງທ່ານໃນຂໍ້ຫາການກໍ່ການຮ້າຍ ເຊິ່ງເປັນສິ່ງທີ່ນັກວິຈານໄດ້ຕໍາໜິໃນທັນທີວ່າເປັນ “ນະໂຍບາຍການ​ກົດ​ຂີ່.”

ທ່ານ ຄານ ອາຍຸ 70 ປີ, ໂດຍປົກກະຕິແລ້ວແມ່ນໄດ້ມີການໂຮມຊຸມນຸມຕໍ່ຕ້ານລັດຖະບານຂອງພັກຝ່າຍຄ້ານ ປາກິສຖານ ເຕຣິກ-ອີ-ອິນຊາຟ ຫຼື PTI ຂອງທ່ານ ນັບຕັ້ງແຕ່ທ່ານຖືກຂັບໄລ່ອອກຈາກອໍານາດໃນການລົງຄະແນນສຽງບໍ່ໄວ້ວາງໃຈຂອງລັດຖະສະພາ ໃນເດືອນເມສາທີ່ຜ່ານມາ.

ເປັນເວລາຫຼາຍຊົ່ວໂມງລຸນຫຼັງທີ່ທ່ານໄດ້ກ່າວປາໄສ ຢູ່ໃນການໂຮມຊຸມນຸມຂະໜາດໃຫຍ່ທີ່ນະຄອນຫຼວງອິສລາມາບັດ ໃນວັນເສົາແລ້ວນີ້, ເຈົ້າໜ້າທີ່ຜູ້ຄວບຄຸມເບິ່ງແຍງສື່ມວນຊົນອີເລັກໂທຣນິກຂອງປາກິສຖານ ຫຼື PEMRA ໄດ້ອອກ ຄໍາສັ່ງ ໃຫ້ຊ່ອງໂທລະພາບຕ່າງໆພາຍໃນປະເທດ ຍຸດຕິເຜີຍແຜ່ການອອກອາ ກາດສົດໃນຕໍ່ໜ້າ ກ່ຽວກັບການປາໄສຂອງທ່ານຄານ. ຢ່າງໃດກໍຕາມ, ພວກເຂົາເຈົ້າໄດ້ອະນຸຍາດໃຫ້ອອກອາກາດພຽງແຕ່ການກ່າວປາໄສທີ່ໄດ້ບັນທຶກໄວ້ຂອງທ່ານຄານ ເທົ່ານັ້ນ.

ໜ່ວຍງານ PERMA ໄດ້ມີການຢືນຢັນ ຢູ່ໃນຖະແຫຼງການວ່າ ຜູ້ນໍາພັກຝ່າຍຄ້ານໄດ້ “ທຳ​ການກ່າວຫາທີ່ບໍ່ມີມູນຄວາມຈິງ ແລະເຜີຍແຜ່ຄວາມຊັງຜ່ານຄໍາເວົ້າທີ່ເຮັດໃຫ້ໃຈຮ້າຍໃນຖະແຫຼງການຂອງທ່ານ ເພື່ອຕໍ່ຕ້ານສະຖາບັນຕ່າງໆຂອງລັດ ແລະບັນດາເຈົ້າໜ້າທີ່ທາງການອື່ນໆ.”

ຖະແຫຼງການດັ່ງກ່າວ ມີຂຶ້ນເພື່ອຕອບໂຕ້ຕໍ່ການປາໄສຂອງທ່ານຄານໃນວັນເສົາແລ້ວນີ້ ເຊິ່ງທ່ານຈະມີການດໍາເນີນຄະດີຟ້ອງຮ້ອງເຈົ້າໜ້າທີ່ຕໍາຫຼວດຂັ້ນສູງແລະ ຜູ້ພິພາກສາຍິງໃນການດໍາເນີນງານຂອງພວກເຂົາເຈົ້າ ເຊິ່ງໄດ້ທໍລະມານຜູ້ຊ່ວຍ ຄົນໃກ້ຊິດຂອງທ່ານຄານ ທ່ານຊາບາສ ກິລ (Shahbaz Gill) ທີ່ຖືກກັກໂຕໄວ້.

ລັດຖະມົນຕີກະຊວງພາຍໃນຂອງປາກິສຖານ ທ່ານຣານາ ຊານາອູລລາ (Rana Sanaullah) ໄດ້ປະຕິເສດຂໍ້ກ່າວຫາທີ່ວ່າ ທ່ານກີລ ຖືກທໍລະມານໃນຂະນະທີ່ມີການກັກໂຕ. ທ່ານກ່າວຕໍ່ອົງການຂ່າວຢູ່ໃນນະຄອນຫຼວງອິສລາມາບັດວ່າ “ຂ້າພະເຈົ້າສາມາດຢືນຢັນໄດ້ ດ້ວຍຄວາມຮັບຜິດຊອບເຕັມໜ້າທີ່ ໃນຖານະລັດຖະມົນຕີກະຊວງພາຍໃນວ່າ ບໍ່ມີການທໍລະມານຕໍ່ທ່ານ ກີລ ໃນລະ ຫວ່າງທີ່ທ່ານຖືກຄວບຄຸມໂຕ ໂດຍເຈົ້າໜ້າທີ່ຕໍາຫຼວດ.”

ທ່ານຄານຍັງໄດ້ມີການກ່າວກ່ຽວກັບການໂຮມຊຸມນຸມໃຫຍ່ອີກແຫ່ງນຶ່ງຢູ່ນະ​ຄ​ອນ ຣາວາລປິນດີ (Rawalpindi), ​ເຊິ່ງເປັນເມືອງຄ້າຍທະຫານທີ່ຢູ່ຕິດກັບນະຄອນ ຫຼວງອິສລາມາບັດ ເພື່ອເນັ້ນຢໍ້າການຕໍາໜິວິຈານຂອງທ່ານ, ແຕ່ການຖະແຫຼງ ຂອງທ່ານບໍ່ສາມາດອອກອາກາດສົດໄດ້ ແລະເຈົ້າໜ້າທີ່ຂອງປາກິສຖານຍັງໄດ້ຖືກກ່າວຫາວ່າ ປິດກັ້ນການບໍລິການ ຂອງຊ່ອງຢູທູບ ເພື່ອຂັດຂວາງການອອກອາກາດ ໃນການກ່າວຄໍາປາໄສຂອງທ່ານຄານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG