ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານທະຫານສະຫະລັດ ໄປຊ່ອຍກູ້ໄພໃນ ປາກິສຖານ


ນາຍພົນ Ashfaq Kayani ຫົວໜ້າກອງທັບປາກິສຖານ(ກາງ)
ໄປຢ້ຽມຢາມສະຖານທີ່ ແຫ່ງນຶ່ງໃກ້ໆກັບບ່ອນຫິມະພັງຖະຫລົ່ມລົງ
ທັບຄ້າຍທະຫານແຫ່ງນຶ່ງ ໃນເຂດພູເຂົາ Siachen Glacier.
ວັນທີ 9 ເມສາ 2012.
ນາຍພົນ Ashfaq Kayani ຫົວໜ້າກອງທັບປາກິສຖານ(ກາງ) ໄປຢ້ຽມຢາມສະຖານທີ່ ແຫ່ງນຶ່ງໃກ້ໆກັບບ່ອນຫິມະພັງຖະຫລົ່ມລົງ ທັບຄ້າຍທະຫານແຫ່ງນຶ່ງ ໃນເຂດພູເຂົາ Siachen Glacier. ວັນທີ 9 ເມສາ 2012.

ພວກ​ນັກ​ຊ່ຽວຊານ​ທະຫານ​ສະຫະລັດ​ທີ​ມນຶ່ງ ​ເດີນທາງ​ໄປ​ຮອດ​ປາ​ກິ​ສ ຖານ​ ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ເຕັກນິກ​ໃນ​ຄວາມ​ພະຍາຍາມ​ຊ່ອຍ​ກູ້​ຊີວິດ​ ພວກ​ທະຫານແລະພົນລະ​ເຮືອນປາ​ກິ​ສຖານ ຈໍານວນ 135 ຄົນ ທີ່​ຖືກ​ຖົມຢູ່​ໃຕ້​ຫິມະທີ່​ຖະລົ່ມລົງ​ທັບ​ຢ່າງ​ຂະໜານ​ໃຫຍ່​ໃນ​ເຂດ​ພູ​ເຂົາ​ແຄວ້ນ Kashmir ​ໃກ້ໆ​ກັບ​ຊາຍ​ແດນ​ອິນ​ເດຍນັ້ນ.

ນາຍ​ພົນ Ashfaq Parvez Kayani ຫົວໜ້າ​ກອງທັບ​ປາ​ກິ​ສຖານໄດ້​ໄປ​ຢ້ຽມຢາມ​ເຂດ​ເກີດ​ໄພ​ຫາ​ຍະ​ນະ​ໃນ​ວັນ​ອາທິດວານ​ນີ້ ​ແລະ​ກໍາກັບ​ດູ​ແລນໍາ​ຄວາມ​ພະຍາຍາມ​ຊ່ອຍ​ກູ້​ໄພ​ ໃນ​ເຂດພູ​ເຂົາ​ສູງ 6000 ​ແມັດ ທີ່ຢູ່ສອກຫຼີກ​ຫ່າງ​ໄກ ທີ່​ໃຊ້​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຫຼາຍລໍາ ພ້ອມ​ທັງ​ໝາ​ສືບ​ກິ່ນ ທະຫານ ທ່ານໝໍ​ແລະ​ພວກ​ປະຖົມພະຍາບານ​ນັ້ນ. ບໍ່​ມີ

ຮ່ອງຮອຍ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຜູ້ໃດ​ລອດ​ຊີວິດຈາກ​ໄພພິບັດດັ່ງກ່າວ. ພວກ​ນາຍ​ທະຫານ​ກ່າວ​ວ່າ ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນຊາກ​ສົບ​ຂອງ​ຜູ້​ໃດ​ເທື່ອ.

ດານ​ຫິມະ ​ໜາ 20 ​ແມັດ ​ໄດ້​ພັງ​ຖະລົ່ມລົງ​ໃສ່​ບໍລິ​ເວນ​ຄ້າຍ​ທະຫານ ໃນ​ຂົງ​ເຂດ Siachen Glacier ​ໃນ​ເຊົ້າ​ວັນ​ເສົາ​ຜ່ານ​ມາ​ນີ້.

XS
SM
MD
LG