ບັນດາເຈົ້າໜ້າທີ່ປາກິສຖານກ່າວວ່າ ຫິມະຖະລົ່ມລົງໃສ່ຖານທັບແຫ່ງນຶ່ງ ແລະທັບຖົມພວກທະຫານຈໍານວນຫລາຍກວ່າ 100 ຄົນ.
ທາງການກອງທັບເວົ້າວ່າ ຫິມະຖະລົ່ມລົງໃສ່ຖານທັບໃນເຊົ້າວັນເສົາມື້ນີ້ ໃນພາກພື້ນ Siache Glacier ທີ່ເປັນເຂດພູເຂົາ ທີ່ຜູ້ຄົນຮູ້ຈັກກັນວ່າເປັນສະໜາມລົບທີ່ສູງທີ່ສຸດຂອງໂລກ. ປາກິສຖານແລະອິນເດຍໄດ້ມີຄ້າຍທະຫານຫຼາຍແຫ່ງຢູ່ໃນຂົງເຂດນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ມີການສົ່ງພວກເຮືອບິນເຮລີຄອບເຕີຫຼາຍລໍາພ້ອມທັງພວກໝາສືບກິ່ນ ແລະທະຫານໄປຍັງເຂດສອກຫຼີກຫ່າງໄກເພື່ອໄປຊ່ອຍຊີວິດພວກທະຫານທີ່ຍັງຕົກຄ້າງຢູ່ໃນເຂດ ນັ້ນ.
ກອງທັບປາກິສຖານກ່າວວ່າ ຊະຕາກໍາຂອງພວກທະຫານເຫຼົ່ານີ້ ຍັງບໍ່ທັນແຈ້ງຂາວເທື່ອໃນເວລານີ້.
ບັນດາຊ່ຽວຊານດ້ານທະຫານກ່າວວ່າ ດິນຟ້າອາກາດທີ່ບໍ່ເອື້ອອໍານວຍໃນເຂດ Siachen ແລະເປັນເຂດແດນທີ່ຫິມະມັກຖະລົ່ມນີ້ໄດ້ເອົາຊີວິດຂອງຜູ້ຄົນໄປຫຼາຍກວ່າການສູ້ລົບກັນ.
ເຂດ Siachen ຕັ້ງຢູ່ໃນບໍລິເວນທີ່ສູງເຖິງ 6 ພັນແມັດ ໃນພາກເໜືອຂອງແຄວ້ນ Kashmir.
ແຄວ້ນ Kashmir ເປັນເຂດແດນທີ່ທັງປາກິສຖານແລະອິນເດຍຕ່າງຝ່າຍອ້າງເອົາກໍາມະສິດໂດຍເຕັມນັ້ນ.
ປາກິສຖານແລະອິນເດຍ ຊຶ່ງເປັນຄູ່ປໍລະປັກກັນແລະມີອາວຸດນີວເຄລຍ ໄດ້ທໍາສົງຄາມກັນກັນມາແລ້ວ 3 ຄັ້ງນັບແຕ່ການແບ່ງແຍກຫຼັງຈາກໄດ້
ຮັບເອກະລາດຈາກອັງກິດມາໃນປີ 1947 ນັ້ນ. ສົງຄາມ 2 ຄັ້ງແມ່ນເກີດຂຶ້ນກ່ຽວກັບແຄວ້ນ Kashmir ນີ້.