ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນຕາຍແລະລົດ 20 ຄັນຖືກເຜົາ ໃນການໂຈມ​ຕີ ຂະບວນລົດຂອງເນໂຕ


ລົດ​ບັນທຸກ​ນໍ້າມັນ 20 ຄັນ ຖືກຈູດເຜົາໂດຍກຸ່ມກໍ່ການ​ຮ້າຍທາ​ລີ​ບານ
ໃນ​ປາ​ກິ​ສຖານ​
ລົດ​ບັນທຸກ​ນໍ້າມັນ 20 ຄັນ ຖືກຈູດເຜົາໂດຍກຸ່ມກໍ່ການ​ຮ້າຍທາ​ລີ​ບານ ໃນ​ປາ​ກິ​ສຖານ​

ກຸ່ມທາ​ລີ​ບານຢູ່​ໃນ​ປາ​ກີ​ສຖານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ
ຊອບ ​ສໍາລັບ​ການ​ໂຈມ​ຕີ​ຫລາຍໆ​ບັ້ນ​ເມື່ອ​ໄວໆ​ມາ​ນີ້ ຕໍ່ຂະ
ບວນລົດ​ລຳລຽງ​ສຳພາລະໄປ​ໃຫ້​ກອງກໍາລັງ​ຂອງ NATO
ແລະສະຫະລັດ ໃນ​ປາ​ກີ​ສຖາ​ນ ນັ້ນ.

ສາຂາ​ປາ​ກິ​ສຖານ​ຂອງ​ກຸ່ມກໍ່​ການ​ຮ້າຍທາ​ລີ​ບານ ກ່າວໃນ
ວັນ​ຈັນມື້​ນີ້​ວ່າ ພວກ​ເຂົາ​ຕັ້ງ​ໃຈ​ທີ່ຈະ​ສືບ​ຕໍ່​ທໍາ​ການ​ໂຈມ​ຕີ
ຈົນ​ກວ່າ​ຈະ​ມີ​ການຢຸດເຊົາຂະ​ບວນລໍາລຽງສົ່ງ​ຂອງດັ່ງກ່າວ.

ຕຳ​ຫລວດ​ເວົ້າວ່າ​ ມີ​ຢ່າງ​ນ້ອຍ 3 ຄົນຖືກ​ຂ້າ​ຕາຍ​ແລະ​ລົດ​
ບັນທຸກ​ນໍ້າມັນ ປະມານ 20 ຄັນໄດ້​ຖືກ​ຈູດ​ເຜົາໃນ​ການໂຈມ​ຕີເທື່ອ​ຫລ້າ​ສຸດ ຢູ່ເທິງເສັ້ນທາງລຳລຽງທີ່​ທາງ​ການປາ​ກີ​ສ ຖານ ​ໄດ້​ປິດ​ລົງ​ໃນ​ວັນ​ພະຫັດ​ແລ້ວ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ທີ່ອົງການ NATO ໄດ້​ທໍາ​ການ​ໂຈມ​ຕີ ​ທາງອາກາດ​ຂ້າ​ມ ຊາຍ​ແດນເຂົ້າ​ໄປນັ້ນ.

ປາ​ກີສ​ຖານກ່າວ​ວ່າ ​ ທະຫານ 3 ນາຍເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ຂອງ​ເນ​ໂຕ້ ທີ່​ແນ​ໃສ
ພວກ​ຫົວ​ຕໍ່ສູ້ ​ທີ່​ຫລົບ​ໜີ​ຈາກອັຟກາ​ນິສຖານ​ໄປ​ນັ້ນ.

ຫົວ​ໜ້າ​ອົງການ NATO ທ່ານ Anders Fogh Rasmussen ​ໄດ້​ສະ​ແດງ​ຄວາມ​ຜິດ
ຫວັງແລະ​ເສຍ​ໃຈ​ໃນ​ການ​ເສຍຊີວິດ​ຂອງ​ພວກ​ທະຫານປາ​ກີສ​ຖານ ​ໃນ​ການ​ພົບ​ປະກັນກັບ ລັດຖະມົນຕີການ​ຕ່າງປະ​ເທດປາ​ກີ​ສຖານ ທ່ານ Shah Mehmood Qureshi ທີ່​ສໍານັກ ງານ​ໃຫຍ່​ຂອງ​ເນ​ໂຕ້ ​ໃນກຸງ Brussels ແລະ​ທ່ານໄດ້​ຮຽກຮ້ອງ ໃຫ້​ທາງ​ການ​ປາ​ກີ​ສຖານ ​ເປີດ​ເສ້ນທາງ​ລຳລຽງ​ຄືນ​ໃໝ່ ໂດຍ​ໄວທີ່​ສຸດເທົ່າ​ທີ່​ຈະ​ໄວ​ໄດ້.

XS
SM
MD
LG