ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

41 ຄົນ ເສຍຊີວິດ ຍ້ອນການວາງລະເບີດ ຢູ່ປາ​ກິສຖານ


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄປຢ້ຽມຢາມ ນະຄອນຫລວງ Islamabad ​ໃນວັນອາທິດ ທີ 30 ມິຖຸນາ 2013
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄປຢ້ຽມຢາມ ນະຄອນຫລວງ Islamabad ​ໃນວັນອາທິດ ທີ 30 ມິຖຸນາ 2013
ເຫດການວາງລະເບີດຫລາຍໆຄັ້ງ ໄດ້ສັງຫານຢ່າງໜ້ອຍ 41
ຄົນ ຢູ່ທົ່ວປາ​ກິສຖານໃນວັນອາທິດວານນີ້ ຊຶ່ງເປັນມື້ດຽວກັນ
ກັບ ທີ່ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ໄປຢ້ຽມຢາມນະຄອນຫລວງ Islamabad ​ແລະໄດ້ໃຫ້ຄໍາ
ໝັ້ນສັນຍາວ່າ ຈະຊ່ວຍ​ປາ​ກິ​ສຖານຕໍ່ສູ້ກັບ ການກໍ່ການຮ້າຍ ແລະຈະພະຍາຍາມນໍາເອົາສັນຕິພາບໄປສູ່ອັຟການິສຖານ
ເພື່ອນບ້ານຂອງປາ​ກິ​ສຖານ.

ໃນການໂຈມຕີບັ້ນທີ່ຮ້າຍແຮງທີ່ສຸດນັ້ນ ຄົນວາງລະເບີດສະລະ
ຊີບ ໄດ້ແນເປົ້າໝາຍໃສ່ຂົງເຂດໃກ້ກັບວັດຂອງຊາວມຸສລິມ
ນິກາຍ Shi’ite ຢູ່ໃນເມືອງ Quetta ທາງພາກຕາເວັນຕົກ
ສຽງໃຕ້ຂອງປະ​ເທດ ຊຶ່ງໄດ້ສັງຫານ 20 ຄົນ ແລະເຮັດໃຫ້ອີກຢ່າງໜ້ອຍ 60 ຄົນໄດ້ຮັບ
ບາດເຈັບ.

ກ່ອນໜ້ານັ້ນ ໃນວັນອາທິດເຊັ່ນກັນ ລະເບີດທີ່ວາງໃສ່ລົດຄັນນຶ່ງ ໄດ້ແຕກຂຶ້ນຢູ່ໃກ້ຂະບວນ
ລົດຂອງກໍາລັງຮັກສາຄວາມສະຫງົບຂະບວນນຶ່ງ ຢູ່ໃນເມືອງ Peshawar ທາງຕາເວັນຕົກ
ສຽງເໜືອຂອງປະເທດດັ່ງກ່າວ ຊຶ່ງໄດ້ສັງຫານ ຢ່າງໜ້ອຍ 17 ຄົນ ແລະຫລາຍ 10 ຄົນໄດ້
ຮັບບາດເຈັບ. ຕໍາຫລວດເວົ້າວ່າ ຜູ້ໄດ້ຮັບເຄາະຮ້າຍສ່ວນໃຫຍ່ແມ່ນພົນລະເຮືອນເພາະ
ວ່າລະເບີດທີ່ແນເປົ້າ ໝາຍໃສ່ກອງກໍາລັງແນວໜ້າ ຫລື Frontier Corps ນັ້ນ ໄດ້ແຕກຂຶ້ນ
ຢູ່ໃນເຂດຕະຫລາດທີ່ມີຄົນໄປກັນຢ່າງຄັບຄາໜາແໜ້ນ ແລະໄດ້ທໍາລາຍຫ້າງຮ້ານ ແລະ
ລົດລາຫລາຍໆຄັນ.

ສ່ວນຢູ່ໃນເຂດຊົນເຜົ່າ Waziristan ເໜືອ, ລະເບີດທີ່ວາງຢູ່ແຄມທາງກໍໄດ້ສັງຫານທະ
ຫານ 4 ຄົນ ​ເວລາມັນແຕກໃສ່ຂະບວນລົດທະຫານຂະບວນນຶ່ງ. ຍັງບໍ່ມີໃຜອ້າງເອົາຄວາມ
ຮັບຜິດຊອບຕໍ່ການໂຈມຕີ​ເຫລົ່າ​ນີ້ ໃນທັນທີທັນໃດເທື່ອ.
XS
SM
MD
LG