ບັນດານາຍທະຫານກອງທັບເຮືອປາກີສຖານກ່າວໃນວັນຈັນມື້ນີ້ວ່າ ທະຫານຂອງລັດຖະບານໄດ້ຍຶດເອົາຖານທັບເຮືອແຫ່ງນຶ່ງຄືນໄດ້ແລ້ວ ຫລັງຈາກທໍາການຕໍ່ສູ້ກັນກັບກໍາລັງກຸ່ມຕາລີບັນ ເປັນເວລາເກືອບ 17 ຊົ່ວໂມງ.
ພວກນັກຕໍ່ສູ້ຫົວຮຸນແຮງໄດ້ທໍາການບຸກໂຈມຕີແບບທ້າ
ທາຍ ຢ່າງບໍ່ຢ້ານກົວ ຕໍ່ຖານທັບແຫ່ງນຶ່ງໃນນະຄອນກາ
ຣາຈີ ໃນແລງວັນອາທິດວານນີ້ ໂດຍໄດ້ສັງຫານພວກກໍາ
ລັງຮັກສາຄວາມປອດໄພ 12 ຄົນ ແລະເຮັດໃຫ້ບາດເຈັບ
ຕື່ມອີກ 14 ຄົນ ແລະໄດ້ທໍາລາຍເຮືອບິນກອງທັບເຮືອລໍານຶ່ງ.
ສ່ວນຄວາມເສັຍຫາຍທາງຝ່າຍກະບົດນັ້ນ ບໍ່ເປັນທີ່ຈະແຈ້ງວ່າ ມີຈັກຄົນເສຍຊີວິດຫລືໄດ້ຮັບບາດເຈັບ.
ໄທາງການປາກິສຖານໄດ້ສົ່ງພວກໜ່ວຍກ້າຕາຍຫລາຍສິບຄົນໄປຕໍ່ສູ້ກັບພວກກະບົດ.
ໂຄສົກຄົນນຶ່ງຂອງກຸ່ມຕາລີບັນກ່າວວ່າ ການໂຈມຕີແມ່ນມີຂຶ້ນເພື່ອເປັນການແກ້ແຄ້ນຕໍ່ການເສຍຊີວິດຂອງນາຍໂອຊາມາ ບິນລາເດັນ ຜູ້ນໍາເຄືອຂ່າຍອາລກາອິດາ ທີ່ໄດ້ຖືກສັງຫານທີ່ປາກີສຖານໃນຕົ້ນເດືອນນີ້ ໂດຍໜ່ວຍກໍາລັງພິເສດຂອງສະຫະລັດນັ້ນ.
ຕໍາຫລວດກ່າວວ່າ ພວກຫົວຮຸນແຮງ ປະມານ 15 ຫາ 20 ຄົນທີ່ຖື ອາວຸດປືນແລະລະເບີດມື ໄດ້ທໍາການໂຈມຕີຖານທັບອາກາດ Mehran ຂອງກອງທັບເຮືອປາກິສຖານ. ຜູ້ຄົນສາມາດແລເຫັນແສງໄຟແລະຄວັນໄຟກຸ້ມຂຶ້ນເທິງຟ້າເໜືອຖານທັບດັ່ງກ່າວ ຫລັງຈາກການໂຈມຕີໄດ້ເລີ້ມຂຶ້ນນັ້ນ.
ໂຄສົກອີກຄົນນຶ່ງກ່າວວ່າ ຢ່າງນ້ອຍເຮືອບິນສັງເກດການທາງທະເລລໍານຶ່ງໄດ້ຖືກທໍາລາຍ
ຊຶ່ງເປັນເຮືອບິນທີ່ສະຫະລັດມອບໃຫ້ປາກິສຖານຫວ່າງໄວໆມານີ້ເອງ.
ນາຍົກລັດຖະມົນຕີ Yousuf Raza Gilani ໄດ້ປະນາມການໂຈມຕີດັ່ງກ່າວ ໂດຍເອີ້ນ
ການໂຈມຕີດັ່ງກ່າວວ່າ ເປັນການກໍ່ການຮ້າຍແບບຂີ້ຂາດຕາຂາວ ແລະວ່າ ມັນຈະບໍ່ມີ
ວັນຂັດຂວາງຫລືກີດກັນລັດຖະບານປາກີສຖານຫລືປະຊາຊົນປາກີສຖານ ຈາກການຕໍ່ສູ້
ກັບພວກກໍ່ການຮ້າຍນັ້ນ.