ບັນດາເຈົ້າໜ້າທີ່ໃນປາກິສຖານ ໄດ້ຈັບກຸມຜູ້ນຳຂະບວນການເຄື່ອນໄຫວດ້ານສັງຄົມ ຊຶ່ງກຳລັງປຸກລະດົມຕໍ່ຕ້ານການລະເມີດສິດທິມະນຸດ ຕາມຂໍ້ກ່າວຫາທີ່ວ່າ ກອງກຳລັງທະຫານ ໄດ້ດຳເນີນການລະເມີດ ໃນລະວ່າງ ປະຕິບັດການ ຕໍ່ຕ້ານການກໍ່ການຮ້າຍ ຢູ່ໃນພື້ນທີ່ໃກ້ຊາຍແດນ ຕິດກັບອັຟການິສຖານ.
ທ່ານ ມານຊູຣ ປາສທີນ ຂອງຂະບວນການ ປາສທູນ ທາຫາຟຸຊ ຫຼື ເອີ້ນຫຍໍ້ວ່າ PTM ໄດ້ຖືກຄວບຄຸມຕົວ ພ້ອມກັນກັບຜູ້ອື່ນໆ 6 ຄົນ ໃນການບຸກກວດຄົ້ນໃນມື້ຄືນວານນີ້ ໃນເມືອງເພັສຊາວາ ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ ອີງຕາມການຢືນຢັນຂອງຕຳຫຼວດໃນທ້ອງຖິ່ນ ເມື່ອວັນຈັນວານນີ້.
ທ່ານ ປາສທີນ ອາຍຸ 27 ປີ ໄດ້ຖືກກ່າວຫາວ່າ ກ່າວປະນາມລັດຖະທຳມະນູນຂອງປາກິສຖານ ແລະໃຊ້ຄຳດູຖູກ ແລະຂົ່ມຂູ່ ຕໍ່ປະເທດ ໃນການກ່າວຄຳປາໄສໃນຄັ້ງນຶ່ງຂອງທ່ານ ຕໍ່ມະຫາຊົນ ເມື່ອບໍ່ດົນມານີ້ ອີງຕາມສຳເນົາເອກະສານຟ້ອງຮ້ອງຂອງຕຳຫຼວດ ທີ່ໄດ້ຖືກຍື່ນຟ້ອງຕໍ່ຜູ້ກ່ຽວ.
ສານແຫ່ງນຶ່ງ ໃນເມືອງເພັສຊາວາ ໃນເວລາຕໍ່ມາ ໄດ້ອະນຸຍາດໃຫ້ຕຳຫຼວດກັກຕົວທ່ານ ປາສທີນ ໄວ້ເປັນເວລາ 14 ວັນ ເພື່ອການສືບສວນສອບສວນ ໃນຂໍ້ຫາຟ້ອງຮ້ອງຕໍ່ຜູ້ກ່ຽວນັ້ນ.
ສ່ວນທ່ານ ໂມຊິນ ດາວາຣ ຜູ້ນຳສຳຄັນຂອງ PTM ແລະເປັນສະມາຊິກຂອງສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ປ່ອຍຕົວ ທ່ານ ປາຊທີນ ໃນທັນທີ.