ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຈັບກຸມ ພວກຫົວຮຸນແຮງ 11 ຄົນ ໃນການໂຈມຕີທີ່ຮ້າຍແຮງ ຕໍ່ພວກວິສະກອນຊາວຈີນ


ແຟ້ມພາບ - ເຈົ້າໜ້າທີ່ຄວາມປອດໄພ ຂອງປາກິສຖານ ກຳລັງກວດກາສະຖານທີ່ການໂຈມຕີສະຫຼະຊີບ ໃກ້ກັບເຂດ ເບແຊມ ໃນເມືອງຊານກລາ ຂອງແຂວງ Khyber Pakhtunkhwa ຂອງປາກິສຖານ, ເມື່ອວັນທີ 26 ມີນາ 2024.
ແຟ້ມພາບ - ເຈົ້າໜ້າທີ່ຄວາມປອດໄພ ຂອງປາກິສຖານ ກຳລັງກວດກາສະຖານທີ່ການໂຈມຕີສະຫຼະຊີບ ໃກ້ກັບເຂດ ເບແຊມ ໃນເມືອງຊານກລາ ຂອງແຂວງ Khyber Pakhtunkhwa ຂອງປາກິສຖານ, ເມື່ອວັນທີ 26 ມີນາ 2024.

ພວກຫົວຮຸນແຮງສິບເອັດຄົນ ທີ່ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງໃນການດຳ ເນີນການໂຈຕີສະຫຼະຊີບ ຕໍ່ພວກວິສະວະກອນຊາວຈີນນັ້ນ ແມ່ນໄດ້ຖືກຄວບ ຄຸມຕົວແລ້ວ ອີງຕາມບັນດາເຈົ້າໜ້າທີ່ຂອງປາກິສຖານ.

ພາຍຫຼັງຈາກການຈັບກຸມ, ປັກກິ່ງ ໄດ້ຮຽກຮ້ອງຕໍ່ອິສລາມາບັດ ໃຫ້ສືບຕໍ່ທຳ ການສືບສວນສອບສວນ. ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ມາວ ນິງ ໄດ້ກ່າວໃນວັນຈັນຜ່ານມານີ້ວ່າ ຈີນ ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ຄວາມຄືບ ໜ້າຂອງປາກິສຖານ.

ທ່ານນາງ ເວົ້າວ່າ “ຈີນສະໜັບສະໜູນປາກິສຖານ ໃນການຊອກຫາສາເຫດ ຂອງສິ່ງທີ່ໄດ້ເກີດຂຶ້ນ ແລະຕາມລ່າ ແລະນຳເອົາພວກກະທຳຄວາມຜິດທັງໝົດ ມາເຂົ້າຂະບວນການຍຸຕິທຳ.”

ການໂຈມຕີສະຫຼະຊີບນັ້ນ ໄດ້ສັງຫານພວກນັກວິສະວະກອນຊາວຈີນ ຫ້າຄົນ ເມື່ອວັນທີ 26 ມີນາ ພ້ອມທັງຄົນຂັບລົດຊາວປາກິສຖານຂອງພວກເຂົາ. ພວກເຂົາເຈົ້າກຳລັງເດີນທາງໄປເຮັດວຽກຢູ່ທີ່ເຂື່ອນ Dasu ທີ່ໃຫຍ່ທີ່ສຸດ ໃນແຂວງ Khyber Paktunkhwa ອີງຕາມການກ່າວຂອງເຈົ້າໜ້າທີ່ ປາກິສຖານ. ຜູ້ໂຈມຕີສະຫຼະຊີບ ໄດ້ຂັບລົດທີ່ບັນຈຸດ້ວຍລະເບີດ ແລ່ນເຂົ້າຕຳ ຂະບວນລົດຂອງພວກນັກວິສະວະກອນຈີນ.

ປາກິສຖານ ຖິ້ມໂທດໃສ່ອັຟການິສຖານ ໃນຖານະເປັນບ່ອນເລີ້ມຕົ້ນສຳລັບ ພວກຫົວຮຸນແຮງ ຜູ້ທີ່ໂຈມຕີ ປາກິສຖານ ເຊິ່ງເປັນການກ່າວຫາ ທີ່ກຸ່ມຕາລີບານ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ. ອິສລາມາບັດ ໄດ້ກ່າວວ່າ ຜູ້ໂຈມຕີດ້ວຍລະເບີດສະຫຼະຊີບ ທີ່ແນເປົ້າໝາຍໃສ່ພວກນັກວິສະວະກອນ ຊາວຈີນນັ້ນ ເປັນຊາວອັຟການິສຖານ.

Eleven militants accused of being involved in carrying out the deadly March suicide attack on Chinese engineers are in custody, according to Pakistani officials.

Following the arrests, Beijing urged Islamabad to continue the investigation. Chinese Foreign Ministry spokesperson Mao Ning said Monday that China was attaching great importance to the progress made by Pakistan.

"China supports Pakistan in continuing to get to the full bottom of what happened and hunting down and bringing to justice all the perpetrators," she said.

The suicide attack killed five Chinese engineers on March 26 along with their Pakistani driver. They were on their way to work at the largest dam at Dasu in Khyber Pakhtunkhwa province, Pakistani officials said. A suicide bomber rammed a vehicle filled with explosives into their convoy.

Pakistan blames Afghanistan as a launching pad for militants who attack Pakistan – an accusation the Taliban has repeatedly denied. Islamabad said the suicide bomber who targeted the Chinese engineers was an Afghan national.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG