ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກິສຖານ ຈັບຜູ້ຕ້ອງສົງໄສ ຫາເງິນທຶນ ໃຫ້ແກ່ກຸ່ມລັດອິສລາມ


ແຜນທີ່ນະຄອນກາຣາຈີ ປະເທດປາກິສຖານ.
ແຜນທີ່ນະຄອນກາຣາຈີ ປະເທດປາກິສຖານ.

ພວກເຈົ້າໜ້າທີ່ໃນປາກິສຖານ ກ່່າວໃນວັນຈັນວານນີ້ວ່າ ເຂົາເຈົ້າໄດ້ຈັບນັກຮຽນມະຫາ
ວິທະຍາໄລຄົນນຶ່ງ ຢູ່ແມືອງທ່າກາຣາຈີ (Karachi) ໃນພາກໃຕ້ຂອງປະເທດ ໂດຍກ່າວ
ຫາວ່າ ເກັບເງິນ ແລະສົ່ງໄປໃຫ້ພວກນັກລົບຫົວຮຸນແຮງລັດອິສລາມ ຢູ່ໃນຊີເຣຍ.

ໃນອີກດ້ານນຶ່ງນັ້ນ ກອງທັບປາກິສຖານກ່າວວ່າ ກໍາລັງຂອງຕົນໄດ້ບຸກໂຈມຕີບ່ອນຫລົບ
ລີ້ແຫ່ງນຶ່ງໃກ້ກັບຊາຍແດນທາງພາກຕາເວັນຕົກຂອງປະເທດຕິດກັບ ອັຟການິສຖານ
ແລະໄດ້ສັງຫານເຈົ້າໜ້າທີ່ອະວຸໂສ “ກໍ່ການຮ້າຍ” ສອງຄົນຫຼັງ ຈາກໄດ້ຕໍ່ສູ້ກັນ. ລາຍ
ງານກ່າວວ່າ ຫົວຮຸນແຮງຄົນນຶ່ງໄດ້ຮັບບາດເຈັບ ແລະ ຖືກຈັບ.”

ກົມປ້ອງກັນການກໍ່ການຮ້າຍໃນແຂວງຊີນທ໌ (Sindh) ບ່ອນທີ່ມີນະຄອນກາຣາຈີ ເປັນ
ເມືອງເອກນັ້ນ ໄດ້ລະບຸໂຕຜູ້ຕ້ອງສົງໄສ ທີ່ຖືກຈັບທັງສອງນັ້ນວ່າ ເປັນ ໜ່ວຍປະຕິບັດ
ງານຂອງກຸ່ມລັດອິສລາມ ຫຼື IS ຊື່ທ້າວອູມາ ບິນ ຄາລິດ (Umar Bin Khalid) ຊຶ່ງເປັນ
ນັກຮຽນປີສຸດທ້າຍຢູ່ມະຫາວິທະຍາໄລວິສະວະ ກຳແລະເທັກໂນໂລຈີີ ເນດ (NED)
ໃນນະຄອນດັ່ງກ່າວ. ລາວໄດ້ພະຍາຍາມ ທີ່ຈະຂຶ້ນລົດໄຟໜີ ກ່ອນຖືກຈັບໂຕໃນວັນ
ອາທິດທີ່ຜ່ານມາ.

ກົມດັ່ງກ່າວໄດ້ໃຫ້ຂໍ້ສັງເກດວ່າ “ການພິສູດຫລັກຖານ” ໂທລະສັບມືຖືຂອງທ້າວຄາລິດ
ສອງໜ່ວຍ ໄດ້ມີການເຊື່ອມໂຍງໄປຫາອີກກຸ່ມນຶ່ງທີ່ “ຫາເງິນທຶນຢູ່ໃນ ປາກິສຖານໃຫ້
ແກ່ກຸ່ມລັດອິສລາມ ຫຼືດາແອສ (Daesh) ແລະສົ່ງໄປປະເທດຊີເຣຍ.” Daesh ແມ່ນ
ຊື່ໃນພາສາອາຣັບຂອງກຸ່ມລັດອິສລາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG