ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກອງທັບບົກ ປາກິສຖານ ເດີນທາງໄປ ປະເທດ ອັຟການິສຖານ ເພື່ອເຈລະຈາ ຢ່າງເປັນທາງການ


ເສນາທິການທະຫານບົກຂອງ ປາກິສຖານ, ນາຍພົນໂທ, Qamar Javed Bajwa, ເຂົ້າຮ່ວມພິທີເດີນສວນສະໜາມ ກອງທັບ ປາກິສຖານ ໃນວັນຊາດ ປາກິສຖານ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 23 ມີນາ, 2017.
ເສນາທິການທະຫານບົກຂອງ ປາກິສຖານ, ນາຍພົນໂທ, Qamar Javed Bajwa, ເຂົ້າຮ່ວມພິທີເດີນສວນສະໜາມ ກອງທັບ ປາກິສຖານ ໃນວັນຊາດ ປາກິສຖານ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 23 ມີນາ, 2017.

ນາຍພົນ Qamar Javed Bajwa ຜູ້ບັນຊາການກອງທັບປາກິສຖານ ໄດ້ເດີນທາງໄປ
ປະເທດ ອັຟການິສຖານ ທີ່ເປັນເພື່ອນບ້ານໄກ້ຄຽງ ໃນວັນອາທິດມື້ນີ້ ເພື່ອຢ້ຽມຢາມ
ຢ່າງເປັນທາງການນຶ່ງວັນ ເພື່ອສົນທະນາກັນ ເຖິງຊ່ອງທາງເພື່ອປັບປຸງສາຍພົວພັນ
ສອງຟ່າຍ ຕໍ່ຕ້ານລັດທິກໍ່ການຮ້າຍ ແລະ ຄວາມຮ່ວມມື ດ້ານຄວາມປອດໄພໃນຊາຍ
ແດນ.

ມີກຳນົດວ່າ ທ່ານນາຍພົນດັ່ງກ່າວ ຈະພົບປະກັບປະທານາທິບໍດີ ອັຟການິສຖານ ທ່ານ
Ashraf Ghani ແລະ ຄູ່ຕໍ່າແໜ່ງຂອງທ່ານ ໃນນະຄອນຫຼວງ ກາບູລ ອິງຕາມແຫຼ່ງຂ່າວ
ທາງທະຫານຂອງ ປາກິສຖານ. ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ບອກ ວີໂອເອ ວ່າ
ທ່ານ ລັດຖະມົນຕີປ້ອງກັນປະເທດ ແລະ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ກໍ
ແມ່ນບຸກຄົນຈຳນວນນຶ່ງ ທີ່ຈຊ່ອຍທ່ານ ການີ ໃນກອງປະຊຸມກັບນາຍພົນ Bajwa ທີ່
ທຳນຽບປະທານາທິບໍດີ.

ສາຍພົວພັນສອງຝ່າຍ ໄດ້ຮັບຄວາມດ່າງພ້ອຍມາ ຍ້ອນຄວາມບໍ່ໄວ້ວາງໃຈກັນ ແລະ
ຄວາມສົງໄສຊ່ຶງກັນ ແລະ ກັນ ຍ້ອນວ່າ ທັງນະຄອນຫຼວງ ອິສລາມາບັດ ແລະ ນະຄອນ
ຫຼວງກາບູລ ຕ່າງກໍຕ້ອງຕິກັນຕະຫຼອດມາວ່າ ສະໜັບສະໜູນພວກລີ້ຊ່ອນຫົວຮຸນແຮງ
ຕໍ່ຕ້ານລັດຖະບານ ດ້ວຍການໂຈມຕີກໍ່ການຮ້າຍ.

ຄາດວ່າ ນາຍພົນ Bajwa ຈະເນັ້ນຢໍ້າເຖິງການໃຫ້ຄວາມຊ່ອຍເຫຼືອດ້ວຍການຝຶກແອບ
ທະຫານ ແລະ ຕຳຫຼວດ ອັຟການິສຖານ ຢູ່ໃນສະຖາບັນຕ່າງໆຂອງ ປາກິສຖານ ແລະ
ເນັ້ນຢໍ້າເຖິງຄວາມຈຳເປັນທີ່ທັງສອງປະເທດ ຈະຕ້ອງໄດ້ແກ້ໄຂປັນຫາຄວາມແຕກ
ຕ່າງກັນ ໂດຍອີງໃສ່ກົນໄກສອງຝ່າຍ ລວມທັງການໂອ້ລົມສົນທະນາກັນນຳ.

ລັດຖະບານ ອັຟການິສຖານ ທີ່ໜູນຫຼັງໂດຍ ສະຫະລັດ ເວົ້າຢໍ້າວ່າ ການໃຫ້ບ່ອນລີ້
ຊ່ອນຢູ່ໃນດິນແດນ ປາກິສຖານ ແກ່ພວກຕາລີບານ ແມ່ນໄດ້ເຮັດໃຫ້ພວກເຂົາສາມາດ
ຍັງຄົງຢູ່ ແລະຂະຫຍາຍພາລະກິດກໍ່ກວນເຂົ້າໄປໃນ ອັຟການິສຖານ ມາເປັນເວລາ 16
ປີ. ການຊັ່ງຊາຕີລາຄາເມື່ອບໍ່ດົນນີ້ບອກວ່າ ພວກກໍ່ການຮ້າຍອິສລາມ ຖືກຄວບຄຸມໄວ້
ໄດ້ຫຼາຍກວ່າ 40% ແລ້ວໃນດິນແດນ ອັຟການິສຖານ.

ເຈົ້າໜ້າທີ່ ປາກິສຖານ ປະຕິເສດຂໍ້ກ່າວຫາທີ່ວ່າ ຕົນສະໜັບສະນູນພວກ ຕາລີບານ.
ແຕ່ໄດ້ຕ້ອງຕິຄືນວ່າ ອົງການສືບລັບ ອັຟການິສຖານ ໄດ້ໃຫ້ບ່ອນລີ້ຊ່ອນແກ່ພວກຫົວ
ຮຸນແຮງທີ່ຕໍ່ຕ້ານ ເພື່ອວາງແຜນໂຈມຕີເຖິງຂັ້ນເປັນຕາຍຕໍ່ປາກິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG