ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຫົວ​ຮຸນ​ແຮງ ໂຈມ​ຕີ​ຄ້າຍ​ທະ​ຫານ​ປາ​ກິ​ສ​ຖານ ເຮັດ​ໃຫ້​ທະ​ຫານ​ເສຍ​ຊີ​ວິດ 12 ຄົນ ​ພົນ​ລະ​ເຮືອນ​ຄົນ​ນຶ່ງ


ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ກ່າວ​ໃນ​ວັນ​ພຸດນີ້​ວ່າ ພວກ​ກະ​ບົດ​ໄດ້​ບຸກ​ໂຈມ​ຕີ​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ ແລະ​ໄດ້​ປະ​ທະ​ກັນ​ຢູ່​ອີກ​ແຫ່ງ​ນຶ່ງ ໃນ​ແຂວງ​ບາ​ລູ​ຈິ​ສ​ຕານ​ທີ່​ວຸ້ນ​ວາຍ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ເຮັດ​ໃຫ້​ທະ​ຫານ 12 ຄົນ​ແລະ​ພົນ​ລະ​ເຮືອນ​ຄົນ​ນຶ່ງ​ເສຍ​ຊີ​ວິດ.

ລາຍ​ງານ​ຂອງກອງ​ທັບ ​ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ” 5 ຄົນພະ​ຍາ​ຍາມ “​ເລັດ​ ລອດເຂົ້າ​ໄປ​ໃນ​ຄ້າຍ” ທີ່​ເມືອງ​ຊອບ (Zhob) ທາງ​ພາກ​ເໜືອ​ຂອງ​ແຂວງ ໃນ ຕອນ​ເຊົ້າ​ມືດ ແຕ່​ພວກ​ທ​ະ​ຫານ​ໄດ້​ພົບ​ເຫັນ​ກ່ອນ.

ການ​ປະ​ທະ​ກັນ​ທີ່​ດຳ​ເນີນ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ​ຕໍ່​ມາ ເຮັດ​ໃຫ້​ທະ​ຫານ 9 ຄົນ ແລະ​ພວກ​ບຸກ​ໂຈມ​ຕີ​ທັງ​ໝົດ ໄດ້ເສຍ​ຊີ​ວິດ ອີງ​ຕາມ​ຖະ​ແຫຼງ​ການ​ຂອງກອງ​ທັບ. ມັນ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ໄປ​ກວ່ານີ້ ແຕ່​ແຫຼ່ງ​ຂ່າວ​ທີ່​ເຊື່ອ​ຖື​ໄດ້​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່ເມືອງຊອບ​ແຈ້ງວ່າ ມີ​ທະ​ຫານ​ສິບກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ຄາດ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈ​ະ​ເພີ້ມ​ສູງ​ຂຶ້ນ.

“ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ປະ​ເທດ​ຊາດ​ຍັງ​ສືບ​ຕໍ່​ປັບ​ໂຕ​ໄດ້​ແລະ​ໄດ້​ສິນ​ໃຈ​ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ແບບ​ຂີ້​ຂາດ​ຕາ​ຂາວ​ຂອງ​ພວກ​ສັດ​ຕູ​ທີ່​ແນ​ໃສ່​ເພື່ອ​ທຳ​ລາຍ​ສັນ​ຕິ​ພາບ ​ໃນ​ບາ​ລູ​ຈິ​ສ​ຕານ​ແລະ​ປາ​ກິ​ສ​ຖານ” ກອງ​ທັບ​ກ່າວ ​ຢູ່​ໃນ​ຖະ​ແຫຼງ​ການ.

ຫົວ​ໜ້າ​ປົກ​ຄອງ​ເມືອງ ກ່ອນ​ໜ້ານີ້​ໃຫ້​ການ​ຢືນ​ຢັນ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ບຸກ​ໂຈມ​ຕີ​ບໍ​ລິ​ເວນຄ້າຍ​ທະ​ຫານ​ທີ່ເມືອງ​ຊອບ. ​ທ່ານ​ອາ​ຊິມ ກາ​ດາ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ມີ​ແມ່​ຍິງ​ຜູ້​ນຶ່ງ​ເສຍ​ຊີ​ວິດ​ເ ແລະ 5 ຄົນ​ບາດ​ເຈັບ ໃນ​ໝູ່ພົນ​ລະ​ເຮືອນ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລະ​ຫວ່າງ​ການ​ສູ້​ລົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG