ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳປາ​ກິ​ສ​ຖານ ແລະ ອັ​ຟ​ກາ​ນິ​ສ​ຖານ ພົບ​ປ​ະ​ກັນ ຢູ່ ຊາ​ອຸ​ດີ ອາ​ຣາ​ເບຍ


ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ ກ່າວ​ຕໍ່​ສະ​ພາ​ໃຫຍ່​ຜູ້​ຕາງ​ໜ້າ ທີ່​ຮູ້​ກັນ​ໃນ​ຊື່ Loya Jirga ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 29 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ ກ່າວ​ຕໍ່​ສະ​ພາ​ໃຫຍ່​ຜູ້​ຕາງ​ໜ້າ ທີ່​ຮູ້​ກັນ​ໃນ​ຊື່ Loya Jirga ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 29 ເມ​ສາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​າ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອັ​ສ​ຣາ​ຟ ກາ​ນີ ໄດ້​ພົບ​ປະ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ​ເປັນ​ເທື່ອ​ທຳ​ອິດໃນ​ວັນ​ສຸກວ​ານນີ້ ຢູ່​ຂ້າງນອກ​ ​ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີຂອງ​ປະ​ເທດ​ທີ່​ນັບ​ຖືສາ​ສະ​ໜາ​ອິ​ສ​ລາມ ທີ່​ຊາ​ອຸ​ດີ ອາ​ຣາ​ເບຍ.

ການ​ພົບ​ປະ​ໃນ​ລະ​ດັບ​ສູງ​ສຸດ​ທີ່​ບໍ່​ຄ່ອຍ​ມີ​ຂຶ້ນ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ເປັນ​ຮ່ອງ​ຮອຍ​ອັນ​ຫຼ້າ​ສຸດ ໃນ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງໃນ​ຄວາມ​ສຳ​ພັນ​ອັນ​ຂົມ​ຂື່ນ ທີ່​ເຄີຍ​ມີ​ມາ ​ລະ​ຫວ່າງ​ປະ​ເທດເພື່ອນ​ບ້ານ​ທັງ​ສອງ.

ຄວາມ​ເປັນ​ປໍ​ລະ​ປັກ​ລະ​ຫວ່າງ​ສອງ​ປະ​ເທດ​ ແມ່ນ​ເກີດ​ມາ​ຈາກ​ການ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງໃສ່​ອີກ​ຝ່າຍ​ນຶ່ງ.

ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ການ​ພົບ​ປະ​ທີ່​ນະ​ຄອນ​ເມັກ​ກະ ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ ມີ​ຂຶ້ນ​ກ່ອນ​ໜ້າ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ຂອງ​ທ່ານ​ກາ​ນີ ໃນ​ເດືອນ​ໜ້ານີ້. ຜູ້​ນຳ​ອັ​ຟ​ກາ​ນິ​ສ​ຖານເຄີຍ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປາ​ກິ​ສ​ຖານ​ມາ​ກ່ອນ ແຕ່​ການ​ຢ້ຽມ​ຢາມ​ຄັ້ງ​ຈະ​ມານີ້ ຈະ​ແມ່ນ​ການ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ ນັບ​ແຕ່​ທ່ານ​ຄານ ເປັນ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ.

ໂຄ​ສົກ​ຊາ​ມິມ ອາ​ຣິ​ຟ ກ່າວ​ວ່າ “ອັ​ຟ​ກາ​ນິ​ສ​ຖານ​ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ປະ​ຖິ້ມ ປະ​ຫວັດ​ສາດ​ອັນ​ຂົ່ມ​ຂື່ນກັບ​ປາ​ກິ​ສ​ຖານໄວ້​ຢູ່​ເບື້ອງ​ຫຼັງ ແລະ​ກ້າວ​ໄປ​ໜ້າ​ ໃນ​ຄວາມ​ສຳ​ພັນແບບສ້າງ​ສັນ ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ ບົນ​ພື້ນ​ຖານ​ຂອງຄວາມ​ເຄົາ​ລົບ​ຊຶ່ງ​ກັນ​ແລະ​ກັນ ແທນ​ທີ່​ຈະ​ແມ່ນ ການ​ກ່າວ​ຫາໃສ່​ກັນ​ແລະ​ກັນແລະ​ມີ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG