ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍ MUSTAFA ABU AL-YAZID ຖືກສັງຫານ


Sheikh Mustafa Abu al-Yazid (File)
Sheikh Mustafa Abu al-Yazid (File)

ສະຫະລັດໄດ້ຊົມເຊີຍການສັງຫານຜູ້ນຳໝາຍເລກ 3
ຂອງກຸ່ມກໍ່ການຮ້າຍ ອາລກາຍດາໃນປາກິດສະຖານ
ນາຍ MUSTAFA ABU AL-YAZID ໂດຍ ເວົ້າວ່າ
ການຕາຍຂອງຜູ້ກ່ຽວແມ່ນແນ່ນອນ ເປັນຄວາມເສຍຫາຍ
ຮ້າຍແຮງຕໍ່ຕາ ໜ່າງກໍ່ການຮ້າຍດັ່ງກ່າວ

ໂຄສົກຂອງທຳນຽບຂາວ ທ່ານ ROBERT GIBBS
ໃຫ້ທັດສະນະດັ່ງ ກ່າວໃນວັນອັງຄານວານນີ້ຫຼັງຈາກກຸ່ມ
ກໍ່ການຮ້າຍອາລກາຍດາໄດ້ປະກາດກ່ຽວ ກັບເສຍຊີວິດຂອງນາຍ YAZID
ໃນຂ່າວທີ່ພິມເຜີຍແຜ່ທາງອິນເຕີແນັດ.

ທ່ານ GIBBS ເວົ້າວ່າ ນາຍ YAZID ອາດຖືກຂ້າຕາຍໃນການໂຈມຕີ ດ້ວຍລູກສອນໄຟ
ຈາກເຮືອບິນບໍ່ມີຄົນຂັບ ໃນ WAZIRISTAN ເໜືອໃນເດືອນ ແລ້ວ ພ້ອມໆກັບສະມາຊິກ
ໃນຄອບຄົວຂອງຜູ້ກ່ຽວ.

ເຈົ້າໜ້າທີ່ຄົນນຶ່ງຂອງສະຫະລັດທີ່ຂໍສະຫງວນຊື່ ກ່າວຕໍ່ວີໂອເອກ່ອນໜ້າ ນີ້ວ່າ ການເສຍ
ຊີວິດຂອງນາຍ YASID ມີທ່າທາງວ່າຈະເປັນຄວາມຈິງ ແລະ ການເສຍຊີວິດຂອງຜູ້ກ່ຽວ
ຈະເປັນໄຊຊະນະອັນໃຫຍ່ ໃນການຕໍ່ຕ້ານພວກກໍ່ ການຮ້າຍ. ນາຍ YASID ທີ່ເປັນຊາວ
ອີຈິບ ໂດຍກຳເນີດຍັງຮູ້ກັນໃນອີກຊື່ນຶ່ງ ວ່າ SHEIK SAEED AL-MASRI ເປັນສະມາຊິກ
ກໍ່ຕັ້ງກຸ່ມກໍ່ການຮ້າຍອາລ ກາຍດາແລະເປັນຜູ້ປະສານງານຕົ້ນຕໍກັບຜູ້ນຳຂອງກຸ່ມຄືນາຍ
OSAMA BIN LADEN.

XS
SM
MD
LG