ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຊົ່ວຄາວຂອງກຸ່ມ ອາລ-ຄາອີດາ ເປັນຊາວອີຈິບ


ບ້ານພັກຫລັງໃຫຍ່ ບ່ອນທີ່ ບິນ ລາເດັນ ຖືກຂ້າຕາຍ.
ບ້ານພັກຫລັງໃຫຍ່ ບ່ອນທີ່ ບິນ ລາເດັນ ຖືກຂ້າຕາຍ.

ມີລາຍງານວ່າອະດີດເຈົ້າທີ່ກໍາລັງລົບພິເສດຂອງອີຈິບຄົນນຶ່ງໄດ້ກາຍເປັນຜູ້ນໍາປະຕິບັດການ ໃນໄລຍະຂ້າມຜ່ານຂອງກຸ່ມອາລ-ຄາອີດາ ຫລັງຈາກໄດ້ມີການສັງຫານຂອງນາຍໂອຊາມາ ບິນ ລາເດັນເມື່ອຕົ້ນເດືອນນີ້.

ໂທລະພາບຍັກໃຫຍ່ ຊີເອັນເອັນ ແລະອົງການຣອຍເຕີ ໄດ້ອ້າງເອົາຄໍາເວົ້າ ຂອງນາຍ Noman Benotman ອະດີດຜູ້ຮ່ວມງານຂອງນາຍບິນລາເດັນ ທີ່ໄດ້ປະກາດປະຖິ້ມອຸດົມການ ຂອງກຸ່ມອາລ-ຄາອີດານັ້ນ ເວົ້າວ່າ ນາຍ Saif al-Adel ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ Muhamad Ibrahim Makkawi ໄດ້ຖືກເລືອກໃຫ້ເປັນຫົວໜ້າຮັບຜິດຊອບຊົ່ວຄາວ ຂອງກຸ່ມອາລ-ຄາອີດາ ຈົນກວ່າວ່າຜູ້ທີ່ຈະມາສືບຕໍາແໜ່ງແທນບິນລາເດັນ ຈະໄດ້ມີການປະກາດ ເປັນທາງການ.

ຜູ້ທີ່ສັນນິຖານວ່າຈະມາແທນ ບິນລາເດັນ ນັ້ນແມ່ນຜູ້ລອງຂອງນາຍບິນລາ ເດັນມາໄດ້ດົນນານ ກໍຄືນາຍ Ayman al-Zawahri ຊຶ່ງຜູ້ກ່ຽວນີ້ ກໍເປັນ ຊາວອີຈິບເຊັ່ນກັນ.

ໃນເຫດການອີກດ້ານນຶ່ງນັ້ນ ປາກີສຖານກ່າວເມື່ອວັນອັງຄານວານນີ້ວ່າ ກໍາລັງຮັກສາຄວາມ ປອດໄພຂອງຕົນ ໄດ້ຈັບກຸມເຈົ້າໜ້າທີ່ປະຕິບັດການອາ ວຸໂສຂອງກຸ່ມອາລ-ຄາອີດາ ຄົນນຶ່ງໃນເມືອງທ່າ Karachi ຢູ່ພາກ ໃຕ້ຂອງປາກີສຖານນັ້ນ.

ທະຫານຂອງປາກີສຖານໄດ້ລະບຸຕົວຜູ້ທີ່ຖືກຈັບນັ້ນວ່າ ແມ່ນນາຍ Mu-hammad Ali Qasim Yaqub ຊຶ່ງມີຊື່ຫຼີ້ິ້ນວ່ານາຍ Abu Sohaib Al Makki ທີ່ເປັນຊາວເຢເມນ ຊຶ່ງເຈົ້າໜ້າທີ່ທະຫານປາກິສຖານກ່າວວ່າ ການສືບສວນສອບສວນໃນເບື້ອງຕົ້ນນັ້ນ ພົບວ່າ ນາຍ Al Makki ແມ່ນປະຕິບັດງານ ທີ່ຢູ່ພາຍໃຕ້ຜູ້ນໍາກຸ່ມ ອາລ-ຄາອີດາໂດຍກົງ ຢູ່ຕາມ ເຂດຊາຍແດນລະຫວ່າງອັຟການີສຖານ ແລະ ປາກີສຖານນັ້ນ.

XS
SM
MD
LG